ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 1 ຂອງ AIPA - 44

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເນັ້ນໜັກວ່າ: ບັນດາລັດຖະສະພາສະມາຊິກຂອງ AIPA – 44 ໄດ້ສວມບົດບາດສຳຄັນທີ່ສຸດເພື່ອສະແດງສຽງເວົ້າຂອງລັດຖະບານ, ພັກການເມືອງ...
ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 1 ຂອງ AIPA - 44 - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:VOV)

ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 (AIPA – 44), ຕອນບ່າຍວັນທີ 7 ສິງຫາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 1.

        ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເນັ້ນໜັກວ່າ: ບັນດາລັດຖະສະພາສະມາຊິກຂອງ AIPA – 44 ໄດ້ສວມບົດບາດສຳຄັນທີ່ສຸດເພື່ອສະແດງສຽງເວົ້າຂອງລັດຖະບານ, ພັກການເມືອງ, ປະຊາຊົນຢູ່ບັນດາປະເທດສະມາຊິກ ອາຊຽນ; ບັນດາການປະກອບສ່ວນຂອງ AIPA ໄດ້ສະແດງວິວັດການພັດທະນາຂອງຕົນ ແລະ ມີອິດທິພົນຊື່ສຽງສາກົນນັບມື້ນັບສູງຂຶ້ນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫວັງວ່າ ລັດຖະສະພາບັນດາປະເທດ ອາຊຽນ ຈະເສີມຂະຫຍາຍບົດບາດສຳຄັນໃນການປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ, ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ຖືນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດຊ່ວຍໃຫ້ບັນດາປະເທດ ອາຊຽນ ມີສະພາບແວດລ້ອມທີ່ສະດວກ ພັດທະນາເສດຖະກິດ, ສັງຄົມ ແລະ ຟື້ນຟູການເຕີບໂຕໄວຄືຫົວຂໍ້ ອາຊຽນ ປີ 2023 “ອາຊຽນ ຂອບຂະໜາດໃຫຍ່: ຈຸດສຸມຂອງການເຕີບໂຕ”.

ຕອບກັບ

ຂ່າວ/ບົດ​ອື່ນ