ປະ​ທານ​ສະ​ພາ​ແຫ່ງ​ຊາດ ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ ຢ້ຽມ​ຢາມ ແຂວງ ກວ໋າງ​ຈິ

(VOVWORLD) - ເຖິງວ່າຢູ່ຫ່າງໄກກັນກໍຕາມ ແຕ່ສອງປະເທດຍາມໃດກໍສະໜັບສະໜູນເຊິ່ງກັນແລະກັນ, ສາມັກຄີ ແລະ ຮ່ວມທຸກຮ່ວມສຸກ, ນັບທັງໃນໄລຍະເວລາທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ ຢ້ຽມ​ຢາມ ແຂວງ ກວ໋າງ​ຈິ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ກູບາ (ພາບ: VOV)

ຕອນເຊົ້າວັນທີ 26 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກູບາ Esteban Lazo Hernadez ມາຢ້ຽມຢາມເຂດຮອງຮອຍສະຖານປະຫວັດສາດລະດັບຊາດພິເສດ ສອງຝັ່ງ ແມ່ນ້ຳ ຮ່ຽນເລືອງ - ເບັ້ນຫາຍ ແລະ ເຂດລັດຖະບານປະຕິວັດຊົ່ວຄາວ ສາທາລະນະລັດພາກໃຕ້ ຫວຽດນາມ ຢູ່ແຂວງ ກວ໋າງຈິ.

        ມາຢ້ຽມຢາມເຂດຮອງຮອຍສະຖານປະຫວັດສາດລະດັບຊາດພິເສດ ສອງຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ໊ນຫາຍ, ທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ກູບາ, ໄດ້ໂອ້ລົມກັບພະນັກງານ ແລະ ປະຊາຊົນທ້ອງຖິ່ນ, ພ້ອມທັງຢັ້ງຢືນນ້ຳໃຈໄມຕີຈິດມິດຕະພາບທີ່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ຫວຽດນາມ ແລະ ກູບາ. ເຖິງວ່າຢູ່ຫ່າງໄກກັນກໍຕາມ ແຕ່ສອງປະເທດຍາມໃດກໍສະໜັບສະໜູນເຊິ່ງກັນແລະກັນ, ສາມັກຄີ ແລະ ຮ່ວມທຸກຮ່ວມສຸກ, ນັບທັງໃນໄລຍະເວລາທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ ຢ້ຽມ​ຢາມ ແຂວງ ກວ໋າງ​ຈິ - ảnh 2ຄະນະຜູ້ແທນສອງປະເທດຢ້ຽມຢາມຂົວ ຮ່ຽນເລືອງ (ພາບ: VOV)

        ເມື່ອຈົດບັນທຶກຄວາມຮູ້ສຶກຂອງຕົນໃນການຢ້ຽມຢາມ ກວ໋າງຈິ ຄັ້ງນີ້ ຢູ່ຫໍພິພິທະພັນ ເຂດຮອງຮອຍສະຖານປະຫວັດສາດລະດັບຊາດ ສອງຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ້ນຫາຍ, ປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກູບາ ເນັ້ນໜັກວ່າ: ມື້ນີ້, ພວກຂ້າພະເຈົ້າມີໜ້າຢູ່ທີ່ນີ້, ເພື່ອສະແດງນ້ຳໃຈ, ຄວາມເປັນກຽດ, ການປະກອບສ່ວນເສີມສ້າງໃຫ້ພິທີສະເຫຼີມສະຫຼອງວັນການນຳ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ (1973-2023) ຄົບຮອບ 50 ປີຢ່າງສຳເລັດຜົນ.  

ຕອບກັບ

ຂ່າວ/ບົດ​ອື່ນ