ປະທານສະພາແຫ່ງຊາດ ຮີງຫງອກເຊີນ ຕ້ອນຮັບ ຫົວໜ້າຄະນະຜູ້ປະຈຳການ IPU ຂອງສະພາແຫ່ງຊາດສະວິດ

ປະທານສະພາແຫ່ງຊາດ ຮີງຫງອກເຊີນ ຕ້ອນຮັບ ຫົວໜ້າຄະນະຜູ້ປະຈຳການ IPU ຂອງສະພາແຫ່ງຊາດສະວິດ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ​ງຫງອກ​ເຊີນ ​​ຕ້ອນຮັບ
​ຫົວໜ້າ​ຄະນະ​ຜູ້​ປະຈຳການ IPU, ສະ​ພາ​ແຫ່ງ​ຊາດ​ສະ​ວິດ
(ພາບ: TTXVN)


(vovworld) – ຕອນ​ເຊົ້າວັນ​ທີ 27/03, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ​ງຫງອກ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຫົວໜ້າ​ຄະນະ​ຜູ້​ປະຈຳການ​ສະຫະພັນ​ລັດຖະສະພາ​ສາກົນ (IPU) ສະ​ພາ​ແຫ່ງ​ຊາດ​ສະ​ວິດ Pierre Francois Veillon, ​ເນື່ອງ​ໃນ​ໂອກາດ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ວິດ ​ມາຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ສະຫະພັນ​ລັດຖະສະພາ​ສາກົນຄັ້ງ​ທີ 132 (IPU - 132) ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ​ງຫງອກ​ເຊີນ ​ເນັ້ນ​ໜັກ​ວ່າ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ວິດ ມາ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ IPU – 132 ​ຄັ້ງ​ນີ້ແມ່ນ​ສະ​ແດງ​ໃຫ້​ເຫັນ​ນຳ​້ໃຈ​ມິດ​ຕະພາບ ​ແລະ ການ​ລະດົມ​ກຳລັງ​ໃຈ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ຫວຽດນາມ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ​ງຫງອກ​ເຊີນ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ ​ແລະ 2 ກຸ່ມ​ສະມາຊິກ​ມິດ​ຕະພາບ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລ​ະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ສ້າງ​ພື້ນຖານ​​ເພື່ອພັດທະນາ​ການ​ພົວພັນ​ໃຫ້​ເລິກ​ເຊິ່ງ, ກວ້າງ​ຂວາງ, ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນທຸກ​ຂົງ​ເຂດ; ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຢ່າງ​ແໜ້ນ​ແຟ້ນ; ​ແປ່ງ​ປັນ, ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວດ້ານ​ນິຕິ​ບັນຍັດ ​ແລະ ຕິດຕາມ​ກວດກາ.
ຂ່າວ/ບົດ​ອື່ນ