ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ການຕ້ອນຮັບຜູ້ວ່າການເຂດພິເສດຈາກາຕາ

(VOVWORLD) -ໃນຂອບເຂດການຢ້ຽມຢາມອິນໂດເນເຊຍຢ່າງເປັນທາງການ, ຕອນບ່າຍວັນທີ 6 ສິງຫານີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Heru Budi Hartono ຜູ້ວ່າການເຂດພິເສດຈາກາຕາ.
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ການຕ້ອນຮັບຜູ້ວ່າການເຂດພິເສດຈາກາຕາ - ảnh 1

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ Heru Budi Hartono ຜູ້ວ່າການເຂດພິເສດຈາກາຕາ.

      ທີ່ການຕ້ອຍຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແບ່ງປັນວ່າ: ຮ່າໂນ້ຍ, ພາຍຫຼັງເປີດກ້ວາງອານາເຂດການປົກຄອງ, ໄດ້ກາຍເປັນຫົວຈັກພັດທະນາຂອງທົ່ວປະເທດ, ປະກອບສ່ວນຫຼາຍກ່ວາ 17% ເຂົ້າໃນ GDP ຂອງຫວຽດນາມ. ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ນະຄອນຫຼວງຂອງ 2 ປະເທດຈະເພີ່ມທະວີ ການຮ່ວມມື, ແລກປ່ຽນບົດຮຽນປະສົບການ ພັດທະນາ, ພິເສດແມ່ນບັນດາຖ້ຽວບິນໂດຍກົງ ລະຫວ່າງ ຮ່າໂນ້ຍ ແລະ Jakarta ຄາດວ່າຈະດຳເນີນໃນໄວໆນີ້. ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ໄດ້ແບ່ງປັນວ່າ: ຫວຽດນາມ ພວມສ້າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ) ແລະ ປາດຖະໜາຢາກຖອດຖອນບົດຮຽນນຳ Jakarta, ພິເສດແມ່ນກ່ຽວກັບບັນດານະໂຍບາຍສະເພາະຂອງ Jakarta.

  ສ່ວນຜູ້ວ່າການເຂດພິເສດຈາກາຕາ, ທ່ານ Heru Budi Hartono ປາດຖະໜາວ່າ ຮ່າໂນ້ຍ - ຈາກາຕາ ເພີ່ມທະວີການແລກປ່ຽນບົດຮຽນ ປະສົບການ ແລະ ການຮ່ວມມືໃນຂົງເຂດ ຄົມມະນາຄົມ, ບໍລິຫານນະຄອນ, ອຸດສາຫະກຳ ການບໍລິການ; ຊຸກຍູ້ການຮ່ວມມືໂດຍຜ່ານສະພາການຄ້າ ແລະ ອຸດສາຫະກຳ Jakata ແລະ ບັນດາອົງການສຳນັກງານທີ່ກ່ຽວຂ້ອງຂອງຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ