ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ອີຣານ ຢ່າງເປັນທາງການ

(VOVWORLD) - ການເດີນທາງໄປຢ້ຽມຢາມເລີ່ມແຕ່ວັນທີ 08-10 ສິງຫາ, ເຊິ່ງດຳເນີນໄປໃນສະພາບທີ່ 2 ປະເທດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ອີຣານ ຢ່າງເປັນທາງການ - ảnh 1(ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ)

        ວັນທີ 08 ສິງຫາ, ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເລີ່ມເດີນທາງໄປຢ້ຽມຢາມ ສ.ອິດສະລາມ ອີຣານ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ອີຣານ Mohammad Baqer Qalibaf.

        ການເດີນທາງໄປຢ້ຽມຢາມເລີ່ມແຕ່ວັນທີ 08-10 ສິງຫາ, ເຊິ່ງດຳເນີນໄປໃນສະພາບທີ່ 2 ປະເທດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1973 – 2023) ແລະ ເພື່ອແນໃສ່ປັບປຸງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ - ອີຣານ ໃນສະພາບການໃໝ່; ພ້ອມທັງເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ ແລະ ການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ໂດຍແບ່ງປັນກ່ອນການເດີນທາງໄປຢ້ຽມຢາມ ອີຣານ ຂອງປະທານສະພາແຫ່ງຊາດ, ທ່ານ ເລແອງຕວນ, ຮອງຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາ ຫວຽດນາມ - ອີຣານ, ໃຫ້ຮູ້ວ່າ:

        “ການເດີນທາງໄປຢ້ຽມຢາມ ອີຣານ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ ເວືອງດິ່ງເຫວະ, ໃນຖານະເປັນປະທານສະພາແຫ່ງຊາດຄັ້ງນີ້ແມ່ນຂີດໝາຍສຳຄັນພິເສດ ສ້າງຂີດໝາຍເພີ່ມທະວີ ແລະ ເປັນປະຖົມປັດໄຈເພື່ອເປີດກວ້າງການພົວພັນຮ່ວມມືຫຼາຍດ້ານລະຫວ່າງສະພາແຫ່ງຊາດຂອງ 2 ປະເທດໃນໄລຍະຈະມາເຖິງ, ຄື: ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຄະນະການນຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາໜຸ່ມ, ກຸ່ມສະມາຊິກລັດຖະສະພາມິດຕະພາບ. ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການເຄື່ອນໄຫວນິຕິບັນຍັດ. ປະຕິບັດສົນທິສັນຍາສາກົນ, ຂໍ້ຕົກລົງສາກົນທີ່ໄດ້ລົງນາມແລ້ວ”.

ຕອບກັບ

ຂ່າວ/ບົດ​ອື່ນ