ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ, ເຮັດວຽກຢູ່ແຂວງ ບ່າເຣ້ຍ - ຫວູງເຕົ່າ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ໂຄງການກຸ່ມກັ່ນນ້ຳມັນຢູ່ພາກໃຕ້. ກຸ່ມກັ່ນນ້ຳມັນພາກໃຕ້ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ກຸມພາ 2018, ຢູ່ເຂດອຸດສາຫະກຳ ນ້ຳມັນອາຍແກັດ ລອງເຊີນ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ, ເຮັດວຽກຢູ່ແຂວງ ບ່າເຣ້ຍ - ຫວູງເຕົ່າ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ໂຄງການກຸ່ມກັ່ນນ້ຳມັນຢູ່ພາກໃຕ້
(ພາບ:VOV)

ຕອນບ່າຍວັນທີ 2 ມັງກອນນີ້, ຢູ່ແຂວງ ບ່າເຣ້ຍ - ຫວຸງເຕົ່າ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ບາເຣ້ຍ - ຫວູງເຕົ່າ. ກ່າວຄຳເຫັນທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີແຂວງ ບ່າເຣ້ຍ - ຫວູງເຕົ່າ ເອົາໃຈໃສ່ເຮັດສຳເລັດແຜນຜັງແຂວງທີ່ໄດ້ຮັບການອະນຸມັດໄລຍະ 2021 – 2030, ມີວິໄສທັດຮອດປີ 2050, ມຸ່ງໄປເຖິງ 4 ເສົາຄ້ຳເສດຖະກິດຄື: ອຸດສາຫະກຳ, ທ່າເຮືອ ແລະ logistics , ການທ່ອງທ່ຽວ ແລະ ຕົວເມືອງ, ການບໍລິການ.

   ກ່ອນໜ໊ານັ້ນ ໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ໂຄງການກຸ່ມກັ່ນນ້ຳມັນຢູ່ພາກໃຕ້. ກຸ່ມກັ່ນນ້ຳມັນພາກໃຕ້ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ກຸມພາ 2018, ຢູ່ເຂດອຸດສາຫະກຳ ນ້ຳມັນອາຍແກັດ ລອງເຊີນ, ແຂວງ ບ່າເຣ້ຍ - ຫວູງເຕົ່າ. ເຈົ້າຂອງລົງທຶນແມ່ນກຸ່ມບໍລິສັດ SCG (ປະເທດ ໄທ) ດ້ວຍທຶນຈົດທະບຽນ 5,1 ຕື້ໂດລາສະຫະລັດ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ຖືວ່າ:

        “ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງ, ຮັກສາສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຢ່າງສະດວກທີ່ສຸດ, ມີລັກສະນະແກ່ງແຍ້ງທີ່ສຸດໃຫ້ແກ່ບັນດານັກລົງທຶນທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ເອົາໃຈໃສ່ແກ້ໄຂທຸກສິ່ງຄົງຄ້າງ, ຄວາມຫຍຸ້ງຍາກ, ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງສະມັດຕະພາບການອອກແຮງງານ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ປັບປຸງບັນດາລະບຽບການບໍລິຫານ, ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດ. ສະພາແຫ່ງຊາດ, ລັດຖະບານກຽມພ້ອມຮ່ວມແຮງຮ່ວມໃຈໜູນຊ່ວຍໃຫ້ແກ່ພື້ນຖານເສດຖະກິດຂອງ ໄທ - ຫວຽດນາມ ຜ່ານຜ່າໄລຍະຫຍຸ້ງຍາກ, ສືບຕໍ່ພັດທະນາດ້ວຍລະດັບສູງໃນໄລຍະຈະມາເຖິງ, ຖືກກັບເປົ້າໝາຍຍຸດທະສາດທີ່ສອງປະເທດໄດ້ກຳນົດ”.

ຕອບກັບ

ຂ່າວ/ບົດ​ອື່ນ