ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ອາກ​ຊັງ​ຕິນ ຢູ່​ແຂວງ Santa Fe

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມຫວັງຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ອາກຊັງຕິນ, ໃນນັ້ນມີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ສວມບົດບາດສຳຄັນພິເສດ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ອາກ​ຊັງ​ຕິນ ຢູ່​ແຂວງ Santa Fe - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ

ວັນທີ 26 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສູນບໍລິການ Rosario, ແຂວງ Santa Fe, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບຜູ້ວ່າການ ບັນດາແຂວງຄື: Santa Fe, Cordoba ແລະ Entre Rios ໄດ້ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາກຊັງຕິນ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມຫວັງວ່າ 3 ແຂວງ ຈະພິຈາລະນາ, ນຳເຂົ້າບັນດາຜະລິດຕະພັນທີ່ມີຄຸນນະພາບສູງ ຂອງ ຫວຽດນາມຄື: ເຂົ້າສານ, ກາເຟ, ຢາງພາລາ, ເຄື່ອງຕ່ຳແຜ່ນຕັດຫຍິບ, ໝາກມ່ວງຫິມະພານ, ເຄື່ອງຈັກ, ວັດຖຸອຸປະກອນເອເລັກໂຕນິກ ເພື່ອມຸ່ງໄປເຖິງຄວາມດຸ່ນງດ່ຽງທາງການຄ້າ. ຫວຽດນາມ ກໍ່ພວມພິຈາລະນາຄວາມສາມາດນຳເຂົ້າຜະລິດຕະພັນໝາກໄມ້ ແລະ ຊີ້ນໝູຂອງ ອາກຊັງຕິນ. ທ່ານໃຫ້ຮູ້ວ່າ:

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມຫວັງຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ອາກຊັງຕິນ, ໃນນັ້ນມີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ສວມບົດບາດສຳຄັນພິເສດ. ດ້ວຍຖານະບົດບາດນອນໃນເຂດສາມລ່ຽມພັດທະນາ ພາກກາງ ອາກຊັງຕິນ ແລະ ໜຶ່ງໃນບັນດາທ້ອງຖິ່ນ ຜະລິດຫຼັກແຫຼ່ງຂອງ ອາກຊັງຕິນ, ພວກຂ້າພະເຈົ້າຕີລາຄາສູງບົດບາດຂອງແຂວງ Santa Fe ໃນການເຊື່ອມຕໍ່ວິສາຫະກິດ ສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ