ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມພິທີໄຂງານວາງສະແດງຄວາມຄາດຫວັງ ຫວຽດນາມ

(VOVWORLD) - ນີ້ແມ່ນເຫດການສຳຄັນໃນການໂຄສະນາບັນດາຜະລິດຕະພັນນະວັດຕະກຳທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ, ພ້ອມນັ້ນແມ່ນບັນດາຜົນງານດ້ານວິທະຍາສາດເຕັກໂນໂລຊີ ໃນພາລະກິດແຫ່ງການຫັນເປັນດີຈີຕອນຂອງ ຫວຽດນາມ.
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມພິທີໄຂງານວາງສະແດງຄວາມຄາດຫວັງ ຫວຽດນາມ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີໄຂງານວາງສະແດງ
(ພາບ:VOV)

ຕອນບ່າຍວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມ ແລະ ປະຕິບັດພິທີໄຂງານວາງສະແດງດ້ວຍຫົວຂໍ້ : ຄວາມຄາດຫວັງ ຫວຽດນາມ. ເຂົ້າຮ່ວມເຫດການມີທ່ານ Duarte Pacheco, ປະທານສະຫະພັນລັດຖະສະພາໂລກ.

        ນີ້ແມ່ນເຫດການສຳຄັນໃນການໂຄສະນາບັນດາຜະລິດຕະພັນນະວັດຕະກຳທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ, ພ້ອມນັ້ນແມ່ນບັນດາຜົນງານດ້ານວິທະຍາສາດເຕັກໂນໂລຊີ ໃນພາລະກິດແຫ່ງການຫັນເປັນດີຈີຕອນຂອງ ຫວຽດນາມ. ໃນຈຳນວນນັ້ນ, ມີບັນດາຜະລິດຕະພັນມີເຄື່ອງໝາຍ “Make in Vietnam” ໄດ້ບືນຕົວອອກສູ່ໂລກ. ທ່ານ ຫວູຫາຍຮ່າ, ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ຖືວ່າ:       “ງານວາງສະແດງຈະແມ່ນຂົວຕໍ່ທີ່ເປັນປະໂຫຍດເພື່ອໃຫ້ບັນດາສະມາຊິກລັດຖະສະພາໜຸ່ມສາມາດແລກປ່ຽນບົດຮຽນກ່ຽວກັບການຫັນເປັນດີຈີຕອນໃນບັນດາມາດຕະການປັບຕົວຢ່າງມີໄຫວພິບ ພາຍຫຼັງໂລກລະບາດ ແລະ ການເໜັງຕີງຂອງຕະຫຼາດ. ຈາກນັ້ນ, ກໍ່ວາງອອກບັນດາຍຸດທະສາດເພື່ອສ້າງສະພາບແວດລ້ອມ ໃນການລະດົມບັນດາແຫຼ່ງກຳລັງໃຫ້ແກ່ການລົງທຶນພັດທະນາໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກກ່ຽວກັບລະບອບລະບຽບການ, ສະພາບແວດລ້ອມ, ພື້ນຖານໂຄງລ່າງໃຫ້ແກ່ປະຊາຊົນ, ວິສາຫະກິດລົງທຶນພັດທະນາ, ສືບຕໍ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ເພື່ອແນໃສ່ຍົກສູງຄຸນນະພາບກຳລັງແຮງແກ່ງແຍ້ງຂອງພື້ນຖານເສດຖະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ