ປະ​ທານ​ສະ​ພາ​ແຫ່ງ​ຊາດຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ບ່າ​ເຣຍ - ວຸງ​ເຕົ່າ

(VOVWORLD) -ຕອນເຊົ້າວັນທີ 22 ກໍລະກົດ, ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ທ່າກ່ຳປັ່ນ ສາກົນ ເຕິນກາງ  - ກ໊າຍແມບ ຂຶ້ນກັບບໍລິສັດໃຫຍ່ ເຕິນກາງໄຊງ່ອນ, ເຂດອຸດສາຫະກຳ ແລະ ຜູ້ຕາງໜ້າບັນດາວິສາຫະກິດຕ່າງປະເທດທີ່ພວມມີການລົງທຶນຢູ່ເຂດອຸດສາຫະກຳສະເພາະກິດຟູມີ 3 , ບ່າເຣຍ - ວຸງເຕົ່າ.
ປະ​ທານ​ສະ​ພາ​ແຫ່ງ​ຊາດຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ບ່າ​ເຣຍ - ວຸງ​ເຕົ່າ - ảnh 1ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ແລະ ຄະນະປະຕິງານມອບຂອງຂວັນໃຫ້ແກ່ ທະຫານເສຍອົງຄະຫງວຽນວັນເຮີນ

ເມື່ອແລກປ່ຽນກັບການນຳເຂດອຸດສາຫະກຳ ແລະ ຜູ້ຕາງໜ້າບັນດາວິສາຫະກິດຕ່າງປະເທດ, ທ່ານນາງຫງວຽນທິກິມເງິນ ໄດ້ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ພວມສືບຕໍ່ປະຕິບັດສຳເລັດບັນດາຮ່າງກົດໝາຍ, ໃນວິວັດແຫ່ງການຜະລິດດຳເນີນທຸລະກິດ, ບັນດາວິສາຫະກິດມີຂໍ້ຕິດຂັດສາມາດສະເໜີຄຳເຫັນຕໍ່ອຳນາດການປົກຄອງທ້ອງຖິ່ນ, ບັນດາຂະແໜງການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ລັດຖະບານເພື່ອໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຮັບເອົາ, ພິຈາລະນາວິທີການແກ້ໄຂ. ທ່ານນາງ ຫງວຽນທິກິມເງິນເນັ້ນໜັກວ່າ:

ຂ້າພະເຈົ້າມອບໃຫ້ທ່ານ ເລຂາທິການໃຫຍ່ ຮວບຮ່ວມ ແລະ ສົ່ງເຖິງກຳມາທິການວິທະຍາສາດ ແລະ ສິ່ງແວດລ້ອມຂອງ ສະພາແຫ່ງຊາດເພື່ອຕີລາຄາຄືນບັນດາຂໍ້ກຳນົດໃນການຕີລາຄາກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ເປັນ 2 ເທື່ອ. ຖ້າຫາກວ່າບໍ່ມີຄວາມສົມເຫດສົມຜົນ ຈະດັດປັບຄືນໃໝ່. ສະເໜີໃຫ້ລັດຖະບານແນະນຳການຫຼຸດຜ່ອນຢ່າງຫຼາຍທີ່ສຸດບັນດາລະບຽບການບໍລິຫານໃນການລົງທຶນເຂົ້າຫວຽດນາມເວົ້າລວມ ແລະ ເຂດອຸດສາຫະກຳ ຟູມີ 3 ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ