ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບເອກອັກຄະລັດຖະທູດລາວ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບເອກອັກຄະລັດຖະທູດລາວ - ảnh 1
(ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ
ຕ້ອນຮັບເອກອັກຄະລັດຖະທູດລາວ)


(vovworld) - ຕອນ​ບ່າຍ​ວັນ​ທີ 27/11, ທີ່​​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ ຢູ່ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ໄດ້​​ອວຍ​ພອນທ່ານ ທ​ອງ​ສະ​ຫວັ​ນ ພົມ​ວິ​ຫານ ​​ເຊິ່ງ​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ພັກ ແລະ ລັດ​ລ​າວ ມາ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ, ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ປ​ປ.ລາວ ປະ​ຈ​ຳ​ຫວຽດ​ນາມ. ຕີ​ລາ​ຄາ​ສ​ູງ​ໜ້າ​ທີ່​ ​ຂອງ​ບັນ​ດາ​ເອກອ​ັກ​ຄະ​ລັດ​ຖະ​ທູດ ໃນ​ການ​ຊຸກ​ຍູ​້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ອັນ​ດີ​ງາມລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ - ລາວ ໃນ​ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ທ່ານ​ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ຈະ​ປະ​ຕິ​ບັດ​ໜ້າ​ທີ່​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ ມອບ​ໝາຍ​ໃຫ້ ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ກາ​ນ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີແບບ​ພິ​ເສດ ແລະ ກາ​ນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ​ຫວຽດ​ນາມ ລາວ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ. ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ທ​ອງ​ສະ​ຫວັ​ນ ພົມ​ວິ​ຫານ ຢືນ​ຢັນ​ວ່າ, ຈະ​ເຮັດ​ຈ​ົ​ນ​ສຸດ​ຄວາມ​ສາ​ມາດ​ຂ​ອງ​ຕົນ​ເພື່​ອ​ປະ​ກອ​ບ​ສ່ວນ​ປັບ​ປຸງ ແລະ ເພີ່ມ​ພ​ູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສ​ູງ​ໃໝ່.

ຂ່າວ/ບົດ​ອື່ນ