ປະທານສະພາແຫ່ງຊາດຫງວຽນຊີງຮຸ່ງພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ

ປະທານສະພາແຫ່ງຊາດຫງວຽນຊີງຮຸ່ງພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ - ảnh 1
ປະທານສະພາແຫ່ງຊາດ ຫວຽດນາມ ແລະ ລາວ

(vovworld)-​​​ ​ຕອນ​ບ່າຍ​ວັນ​ທີ 15/9, ພາຍຫຼັງ​ມາ​ຮອດ​ນະ​ຄອນຫຼວງ ວຽງ​ຈັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ອາ​ຊຽນ ຄັ້ງ​ທີ 35 ( AIPA-35), ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ໄດ້​ພົບ​ປະ​ເຈ​ລະ​ຈາກັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ສິງ ທຳ​ມະ​ວົງ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຕີ​ລາ​ຄ​າ​ສູງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຫຼາຍ​ຮູບຫຼາຍ​ແບບ ແລະ ຫຼາຍ​ຝ່າຍ, ກໍ່​ຄືວິ​ວັດ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພາກ​ພື້ນ​ຂອງລາວ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ພັດ​ທະ​ນາ​ປະ​ເທດ​ຊາດ, ເຊື່ອ​ໜັ້ນວ່າ​ລາວ​ຈະ​ຈັດ​ຕັ້ງກອງ​ປະ​ຊຸມ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ອາ​ຊຽນ ຄັ້ງ​ທີ 35 ສຳ​ເລັດ​ຜົນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຢັ້ງ​ຢືນ​ວ່າ: ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຈະ​ຍູ້​ແຮງວຽກ​ງານ​ຕິ​ດຕາມກວດ​ກາ, ຊຸກ​ຍູ້​ລັດ​ຖະ​ບານ​ຊີ້​ນຳ​ນຳ​ພາ​ບັນ​ດາ​ກະ​ຊວງ, ຂະ​ແໜງການ, ທ້ອງ​ຖີ່ນ​ຂອງ​ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ສຶກ​ສາບຳ​ລຸງ​ສ້າງ, ​​ການປ້ອງ​ກັນ​ຊາດ, ປ້ອງ​ກັນຄວາມ​ສະ​ຫງົບກັບ​ລາວ​ ເພື່ອນຳສາຍ​ພົວ​ພັນ 2 ປະ​ເທດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ, ກໍ່​ຄື​ປັບ​ປຸງ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ-ລາວ.


ຂ່າວ/ບົດ​ອື່ນ