ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເດີນທາງຢ້ຽມຢາມມິດຕະພາບຈີນຢ່າງເປັນທາງການ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເດີນທາງຢ້ຽມຢາມມິດຕະພາບຈີນຢ່າງເປັນທາງການ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ  ຫວຽດນາມ ຫງວຽນ​ຊິງ​ຮຸ່ງ​​
ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ ​ເຖິງ​ນະຄອນ​ຫລວງ ປັກ​ກິ່ງ)

(vovworld) – ຕອນ​ເຊົ້າ​ວັນ​ທີ 23/12 ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ, ​​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ ​ເຖິງ​ນະຄອນ​ຫລວງ ປັກ​ກິ່ງ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ມິດຕະພາບ ​ປະ​ເທດ​ສາທາລະນະ​ລັດ ປະຊາຊົນ ຈີນ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 23 – 27/12/2015. ການ​ຢ້ຽມຢາມ​ໄດ້​ຮັບ​ການປະຕິບັດ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ຈາງ​ຕິ​ຈຽງ, ກຳມະການ​ຜູ້ປະຈຳ​ການກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ຈີນ, ​ໃນ​ສະພາບທີ່ 2 ປະ​ເທດ​ພວມ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ​ເພື່​ອສະ​ເຫຼີ​ມ ສະຫຼອງ​ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ​ໃນ​ຂອບ​ເຂດການ​ຢ້ຽມຢາມ, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ມີ​ບັນດາ​ການ​ເຈລະຈາ, ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ ຈີນ. ຄະນະ​ຜູ້​ແທນ​ກໍ່​ຈະ​ໄປ​ຢ້ຽມຢາ​ມບາງ​ສະຖານ​ທີ່​ປະຫວັດ​ສາດທີ່​ຕິດ​ພັນກັບ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ສະໜິດ​ຕິດ​ພັນ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ຈີນ.

      

 

ຂ່າວ/ບົດ​ອື່ນ