ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງໄປເຖິງວໍຊິຕັນດີຊີຢ້ຽມຢາມອາເມລິກາຢ່າງເປັນທາງການ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງໄປເຖິງວໍຊິຕັນດີຊີຢ້ຽມຢາມອາເມລິກາຢ່າງເປັນທາງການ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​​
ຢ້ຽມຢາມສະຖານທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 06/09, ຕາມ​ເວລາ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໄປ​ຮອດ​ນະຄອນຫຼວງ ວໍ​ຊິງ​ຕັນ, ຢ້ຽມຢາມ​ປະ​ເທດ​ອາ​ເມລິ​ກາ​ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີ​ນຂອງ​ທ່ານ​ປະທານ​ຜູ້​ປະຈຳ​ການກິຕິ​ມະ​ສັກ​ສະພາ​ສູງ​ອາ​ເມ​ລິ​ກາ Patrick Leahy, ທ່ານປະທານສະພາ​ຕໍ່າ​ອາ​ເມ​ລິ​ກາ John Boehner ​ແລະ ທ່ານ​ປະທານ​ຄະນະ​ກຳມາທິການວຽກ​ງານ​ການ​ທະຫານ, ສະມາຊິກ​ສະພາ​ສູງ John McCain.

        ພາຍຫຼັງ​ເດີນ​ທາງ​ໄປ​ຮອດ​ນະຄອນຫຼວງ​ວໍ​ຊິງ​ຕັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົບ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ. ຢູ່​ທີ່​ນີ້, ທ່າ​ນປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນຂັ້ນສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແມ່ນ​ເພື່ອ​ແນ​ໃສ່​ເຮັດ​​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃຫ​້​ເລິກ​ເຊິ່ງ ​ແລະ ອຸດົມສົມບູນ​ຂຶ້ນຕື່ມ; ຍົກ​ສູງ​ການ​ພົວພັນຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ກວ່າ​ອີກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ, ຄະນະພະນັກງານ, ພາລະ​ກອນ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ສື​ບຕໍ່​ມານະ​ພະຍາຍາມ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ​ເຊິ່ງພັກ, ລັດ ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ; ສືບຕໍ່ຊຸກຍູ້, ​ເຮັດ​​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ລະຫວ່າງ 2 ປະ​ເທດ ​ໃຫ້​ເລິກ​​ເຊິ່ງຂຶ້ນ​​ເຕີ່​ມ.
ຂ່າວ/ບົດ​ອື່ນ