ປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ

ປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ - ảnh 1
(ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​
ຕ້ອນ​ຮັບ​ທ່ານ​ນາງ Pratibha Mehta)

(vovworld) - ​ ​ ​ ຕອນ​ບ່າຍ​ວັນ​ທີ 27/05, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ໄດ້​ໃຫ້ການ​ຕ້ອນ​ຮັບ​ທ່ານ​ນາງ Pratibha Mehta ຜູ້​ປະສານ​ງານ​ສະຫະ​ປະຊາ​ຊາດ (ສປຊ) ​ປະຈຳ​ ຫວຽດນາມ, ຜູ້ຕາງໜ້າ​ໂຄງການ​ພັດທະນາ​ ສປຊ ຢູ່ ຫວຽດນາມ (UNDP). ນະ​ທີ່​ນີ້ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ສປຊ ​ແລະ UNDP ສຳລັບວິວັດ​ການ​ພັດທະນາ​ເສດຖະກິດ - ສັງຄົມຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ ​ໃນ​ບັນດາ​ຂົງ​ເຂດ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ປ້ອງ​ກັນຕ້ານ HIV/AIDS…ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ UNDP ​ໄດ້​ຮ່ວມ​ເດີນທາງ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ປະ​ສອບ​ສ່ວນ​ເຂົ້າ​ຜົນງານ​ລວມຂອງ​ການ​ພັດທະນາ​ປະ​ເທດ​ຊາດ. ທ່ານ​ນາງ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ແບ່ງປັນ​ວ່າ: ພັກ, ລັດ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ໝັ້ນຄົງ ​ເພາະວ່າ​ນີ້​ແມ່ນຄວາມ​ຮຽກຮ້ອງ​ທີ່ຈຳ​ເປັນ, ​ໃນຕະຫລອດ​ວິວັດ​​ແຫ່ງການ​ພັດທະນາ. ທ່ານ​ນາງ​ປະທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ UNDP ​ເວົ້າ​ສະ​ເພາະ ​ແລະ ສປຊ ​ເວົ້າ​ລວມສືບ​ຕໍ່​ໜູນ​ຊ່ວຍ​ສະພາ​ແຫ່ງ​ຊາດ ຫວຽດນາມ ຍົກ​ສູງ​ບົດບາດ​ໃນ​ວິວັດ​​ແຫ່ງການ​ປະຕິບັດ​ບັນດາ​ຈຸດໝາຍສະຫັດ​ສະ​ວັດ ​ແລະ ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ໄລຍະ​ຈະ​ມາ​ເຖິງ; ສະໜອງການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​​ໃຫ້​ຄຳປຶກສາ​ສຳລັບ​ບັນດາ​ອົງການ​ຂອງສະພາ​ແຫ່ງ​ຊາດ​ໃນ​ການຈັດ​ຕັ້ງການ​ຄົ້ນຄວ້າບົດຮຽນ​ດ້ານ​ນິຕິບັນຍັດ​​ຂອງ​​ປະ​ເທດຕ່າງໆ.

        ສ່ວນ​ທ່ານ​ນາງ Pratibha Mehta ​ເນັ້ນ​ໜັກ​​ເຖິງ​ບັນດາ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ອົງການ ສປຊ ຢູ່ ຫວຽດນາມ ກັບສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ນາງ Pratibha Mehta ສະ​​ແດງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ອົງ​ການຈະ​ສືບ​ຕໍ່​ຮ່ວມ​ມື​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ (SDGs) ​ເຊິ່ງ ສປຊ ​ໄດ້​ຮັບການຮັບຮອງ​ເອົາ​ເມື່ອ​ເດືອນ 9/2015.

ຂ່າວ/ບົດ​ອື່ນ