ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສາມ​ປະ​ເທດ ອາ​ເມ​ລິ​ກາ ລາ​ຕິນ

(VOVWORLD) - ການຢ້ຽມຢາມຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ຫວຽດນາມ ຢູ່ ສ.ກຸຍບາ, ສ.ອາກຊັງຕິນ, ສ.ອູຣູກວາຍຕາເວັນອອກ ແມ່ນບາດກ້າວປະຕິບັດການຫັນແຜນນະໂຍບາຍການຕ່າງປະເທດສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃຫ້ປະກົດຜົນເປັນຈິງ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສາມ​ປະ​ເທດ ອາ​ເມ​ລິ​ກາ ລາ​ຕິນ - ảnh 1ປະທານສະພາແຫ່ງຊາດຫວຽດນາມ ສິ້ນສຸດການຢ້ຽມຢາມ ສາມປະເທດ ອາເມລິກາ ລາຕິນ 

ຕອນຄ່ຳວັນທີ 29 ເມສາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ມາຮອດ ຮ່າໂນ້ຍ, ສິ້ນສຸດ ການຢ້ຽມຢາມ 3 ປະເທດ ຢູ່ທະວີບອາເມລິກາລາຕິນ ແມ່ນ ສ.ກຸຍບາ, ສ.ອາກຊັງຕິນ ແລະ ສ.ອູຣູກວາຍຕາເວັນອອກ

ການຢ້ຽມຢາມຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ຫວຽດນາມ ຢູ່ ສ.ກຸຍບາ, ສ.ອາກຊັງຕິນ, ສ.ອູຣູກວາຍຕາເວັນອອກ ແມ່ນບາດກ້າວປະຕິບັດການຫັນແຜນນະໂຍບາຍການຕ່າງປະເທດສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືມາແຕ່ດົນນານຢູ່ ທະວີບອາເມລິກາ ລາຕິນ.

ດ້ວຍເກືອບ 80 ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ກ່ວາ 40 ການເຄື່ອນໄຫວຂອງບັນດາສະມາຊິກໃນຄະນະແມ່ນຂຶ້ນກັບບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ວິສາຫະກິດ ແລະ ມີ ຂໍ້ຕົກລົງຮ່ວມມື ເກືອບ30 ສະບັບໄດ້ຮັບການລົງນາມ, ການຢ້ຽມຢາມບັນລຸໄດ້ໝາກຜົນທີ່ແທດຈິງ, ຮອບດ້ານໃນທຸກຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ການພົບປະແລກປ່ຽນປະຊາຊົນ ແລະ ໃນທຸກເສົາຄ້ຳການພົວພັນຈາກການເມືອງ, ການທູດ, ການຮ່ວມມືທາງດ້ານລັດຖະສະພາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ, ບຳລຸງສ້າງ, ພົວພັນແລກປ່ຽນວັດທະນະທຳ - ສິລະປະ, ການຮ່ວມມືດ້ານທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ