ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະຫຼຸບ 10 ປີ ແຫ່ງການປະຕິບັດຈົດໝາຍສະແດງຄວາມຕັດສິນໃຈຂອງເຈົ້າກົກເຈົ້າເຫຼົ່າບັນດາຊົນເຜົ່າເຂດໄຕງວຽນ

(VOVWORLD) -“ປະເທດຫວຽດນາມແມ່ນກຸ່ມກ້ອນໜຶ່ງດຽວ, ຊາດຫວຽດນາມ ແມ່ນຊາດດຽວ, ດິນແດນເຂດ ໄຕງວຽນ ແມ່ນ ດິນແດນຫວຽດນາມ,  ພໍ່ແມ່ປະຊາຊົນໄຕງວຽນ ແມ່ນ ຊາວຫວຽດນາມ, ໄຕງວຽນ ເພື່ອ ປະເທດຊາດ, ປະເທດຊາດເພື່ອໄຕງວຽນ”.

ຕອນເຊົ້າວັນທີ 19 ມີນາ, ຢູ່ແຂວງຢາລາຍ ຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມສະຫຼຸບ 10 ແຫ່ງການປະຕິບັດຄວາມຕັດສິນໃຈຂອງເຈົ້າກົກເຈົ້າເຫຼົ່າເຂດໄຕງວຽນ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນ 224 ຄົນ ເຊິ່ງແມ່ນເຈົ້າກົກເຈົ້າເຫຼົ່າດີເດັ່ນຂອງບັນດາຊົນເຜົ່າເຂດໄຕງວຽນ ທີ່ມີຜົນງານດີເລີດໃນການປະຕິບັດຈົດໝາຍສະແດງຄວາມຕັດສິນໃຈ.

ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະຫຼຸບ 10 ປີ ແຫ່ງການປະຕິບັດຈົດໝາຍສະແດງຄວາມຕັດສິນໃຈຂອງເຈົ້າກົກເຈົ້າເຫຼົ່າບັນດາຊົນເຜົ່າເຂດໄຕງວຽນ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຖ່າຍຮູບເປັນທີ່ລະນຶກກັບບັນດາເຈົ້າກົກເຈົ້າເຫຼົ່າທີ່ດີເດັ່ນ 

        ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປາດຖະໜາວ່າ ບັນດາເຈົ້າກົກເຈົ້າເຫຼົ່າ ແລະ ຜູ້ສູງອາຍຸຢູ່ເຂດໄຕງວຽນ ຈົ່ງສືບຕໍ່ສັ່ງສອນລູກຫຼານ, ຂົນຂວາຍພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ,  ນະໂຍບາຍ, ກົດໝາຍຂອງລັດ ໃຫ້ເປັນຢ່າງດີ ພ້ອມທັງສືບຕໍ່ຍົກສູງຄວາມຮັບຮູ້ອັນຖືກຕ້ອງກ່ຽວກັບທີ່ຕັ້ງ, ບົດບາດ ແລະ ຄວາມສໍາຄັນຂອງບັນດາເຂົ້າກົກເຈົ້າເຫຼົ່າໃນໝູ່ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ. ທ່ານນາງສະເໜີວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ກຸ່ມກອ້ນມະຫາສາມັກຄີບັນດາເຜົ່າເຂດໄຕງວຽນ ຍາມໃດກໍໄດ້ຮັບການເພີ່ມພູນຄູນສ້າງ ແລະໝັ້ນຄົງກວ່າ ປະກອບສ່ວນເຂົ້າໃນການສ້າງເຂດໄຕງວຽນ ສວຍງາມ, ຮັ່ງມີສີວິໄລ ແລະ ໝັ້ນຄົງເຂັ້ມແຂງ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເຂດໄຕງວຽນ ມີເຈດຈໍານົງທີ່ໝັ້ນແກ່ນ, ຢູ່ເຢັນເປັນສຸກ, ຊົນເຜົ່າໃດກໍມີພະນັກງານຕາງໜ້າ, ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມ, ຮັດແຄບຄວາມແຕກໂຕ່ນກັນ, ປະຕິບັດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມີນໍ້າໃຈສາມັກຄີີຢ່າງແທ້ຈິງລະຫວ່າງບັນດາຊົນເຜົ່າໃນມະຫາຄອບຄົວບັນດາເຜົ່າຢູ່ຫວຽດນາມ ໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈຂອງບັນດາ ເຈົ້າກົກເຈົ້າເຫຼົ່າເຂດ ໄຕງວຽນ ທີ່ວ່າ: ປະເທດຫວຽດນາມແມ່ນກຸ່ມກ້ອນໜຶ່ງດຽວ, ຊາດຫວຽດນາມ ແມ່ນຊາດດຽວ, ດິນແດນເຂດ ໄຕງວຽນ ແມ່ນ ດິນແດນຫວຽດນາມ,  ພໍ່ແມ່ປະຊາຊົນໄຕງວຽນ ແມ່ນ ຊາວຫວຽດນາມ, ໄຕງວຽນ ເພື່ອ ປະເທດຊາດ, ປະເທດຊາດເພື່ອໄຕງວຽນ”.

ຕອບກັບ

ຂ່າວ/ບົດ​ອື່ນ