ປະທານສະພາແຫ່ງລັດກູບາ ຢ້ຽມຢາມ ຝລັ່ງ

ປະທານສະພາແຫ່ງລັດກູບາ ຢ້ຽມຢາມ ຝລັ່ງ - ảnh 1
ປະ​ທານ​ສະ​ພາ​ແຫ່ງ​ລັດ ກູ​ບາ Raul Castro ແລະ ທ່ານປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande
​ພາບ:AFP

(vovworld)- ວັນ​ທີ 30/1, ປະ​ທານ​ສະ​ພາ​ແຫ່ງ​ລັດ ກູ​ບາ Raul Castro ໄດ້​ເດີນ​ທາງ​ເຖິງ​ນະ​ຄອນ​ຫລວງ ປາ​ຣີ ປະ​ເທດ​ຝະ​ລັ່ງ ສອງມື້​ກ່ອນ​ທີ່ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຄັ້ງ​ປະ​ຫວັດ​ສາດ​ທຳ​ອິດ​ຂອງ​ການ​ນຳ ກູ​ບາ ເຖິງ ຝ​ລັ່ງ ນັບ​ແຕ່​ປີ 1995 ພາ​ຍ​ຫລັງ​ການ​ຢ້ຽມ​ຢາມ​ຂອງ​ປະ​ທານ ກູ​ບາ Fidel Castro. ການ​ຢ້ຽມ​ຢາມ​ຂອງ​ປະ​ທານ Castro ໄດ້​ຮັບ​ການ​ລໍ​ຄອຍ​ວ່າ ຈະ​ວາງ​ຂີດ​ໝາຍ​ໃຫ້​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ ກູ​ບາ ກັບ​ບັນ​ດາ​ປະ​ເທດ​ຊັ້ນ​ນຳ​ຂອງ​ໂລກ ພາ​ຍ​ຫລັງ​ປະ​ເທດນີ້ ຫັນ​ການ​ພົວ​ພັນ​ກັບ ອາ​ເມ​ລິກາ ເປັນ​ປົກ​ກະ​ຕິ​ໃນ​ປີ​ກາຍ. ວົງ​ການ​ການ​ເມືອງ ຝ​ລັ່ງ ຖະ​ແຫລງວ່າ ການ​ຢ້ຽມ​ຢາມ​ຂອງ​ປະ​ທານ Castro ຈະ​ເປີດ​ໄລ​ຍະ​ໃຫມ່​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ