ປະທານາທິບໍດີ Burundi ຖະແຫຼງຈະລົງໂທດບັນດາຜູ້ມີກົນອຸປາຍລັດຖະປະຫານ

ປະທານາທິບໍດີ Burundi ຖະແຫຼງຈະລົງໂທດບັນດາຜູ້ມີກົນອຸປາຍລັດຖະປະຫານ - ảnh 1
(ພາບປະກອບ: AFP/TTXVN)

​(vovworld) –  ພາຍຫຼັງພົນ​ຈັດຕະວາ Godefroid Niyombare ຖະ​ແຫຼ​ງລັດຖະປະຫານ​ລັດຖະບານ​ໃນ​ວັນ​ທີ 13/05, ທ່ານ​ປະທານາທິບໍດີ Burundi, Pierre Nkurunziza ຢືນຢັນ​ວ່າ, ກົນ​ອຸ​ບປາຍລັດຖະປະຫານດັ່ງກ່າວ​ຖືກ​ປະລາ​ໄຊ ​ແລະ ບັນດາ​ຜູ້ດຳ​ເນີນ​ການລັດຖະປະຫານນີ້ຈະ​ຖືກນຳ​ມາ​ພິພາກສາຕໍ່​ສານ. ທ່ານ​ປະທານ​ນາ​ທິບໍດີ Pierre Nkurunziza ​ໄດ້​ກັບ​ເມືອ​ປະ​ເທດ​​ທີ່ພົນ​ຈັດຕະວາ Godefroid Niyombare ດຳ​​ເນີນກົນອຸບາຍ​ລັດຖະປະຫານພາຍຫຼັງ 2 – 3 ຊົ່ວ​ໂມງ. ​ໃນ​ຕອນ​​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ນາ​ທິບໍດີ Pierre Nkurunziza ​ໄດ້​​ໄປ​ເຖິງ Tanzania ​ເພື່ອ​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ການ​ນຳ 5 ປະ​ເທດ ສັງ​ກັດ​ປະຊາ​ຄົມ​ອາ​ຟະ​ລິ​ກາ​ຕາ​ເວັນ​ອອກ ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ປົກປ້ອງ​ບັນດາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ພ້ອມກັນ​ນັ້ນ, ​ທັງ 2 ຝ່າຍ​ກໍ່​ເຫັນ​ດີ​ບໍ່​ກໍ່ຄວາມ​ນອງ​ເລືອດ​ໃຫ້​ປະຊາຊົນ Burundi.

ຂ່າວ/ບົດ​ອື່ນ