ປະທານາທິບໍດີ Joe Biden ຮຽກຮ້ອງໃຫ້ປະເທດອາເມລິກາ ຈົ່ງສາມັກຄີກັນ ເນື່ອງໃນໂອກາດເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີການບຸກໂຈມຕີກໍ່ການຮ້າຍ 11 ກັນຍາ

(VOVWORLD) -ທ່ານປະທານາທິບໍດີ Joe Biden ພ້ອມກັບພັນລະຍາໄດ້ໄປວາງພວງມາລາຢູ່ທັງ 3 ເຂດເກີດເຫດບຸກໂຈມຕີກໍ່ການຮ້າຍກ່ອນນີ້ 20 ປີ.
ປະທານາທິບໍດີ Joe Biden ຮຽກຮ້ອງໃຫ້ປະເທດອາເມລິກາ ຈົ່ງສາມັກຄີກັນ ເນື່ອງໃນໂອກາດເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີການບຸກໂຈມຕີກໍ່ການຮ້າຍ 11 ກັນຍາ - ảnh 1ເຫດບຸກໂຈມຕີກໍ່ການຮ້າຍໃນວັນທີ 11 ກັນຍາ 2001
(ພາບ: AFP/TTXVN)

ວັນທີ 11 ກັນຍາ, ທ່ານປະທານາທິບໍດີອາເມລິກາ Joe Biden, ບັນດາອະດີດປະທານາທິບໍດີ Barack Obama, Bill Clinton ແລະ ບັນດາເຈົ້າໜ້າທີ່ຂັ້ນສູງອາເມລິກາ ພ້ອມກັບປະຊາຊົນໃນທົ່ວປະເທດອາເມລິກາ ໄດ້ຈັດພິທີອາໄລຫາບັນດາຜູ້ປະສົບເຄາະຮ້ານໃນເຫດບຸກໂຈມຕີກໍ່ການຮ້າຍໃນວັນທີ 11 ກັນຍາ 2001.

ທ່ານປະທານາທິບໍດີ Joe Biden ພ້ອມກັບພັນລະຍາໄດ້ໄປວາງພວງມາລາຢູ່ທັງ 3 ເຂດເກີດເຫດບຸກໂຈມຕີກໍ່ການຮ້າຍກ່ອນນີ້ 20 ປີ. ກ່າວຄຳເຫັນທີ່ພິທີອາໄລຫາຢູ່ນິວຢອກ, ທ່ານປະທານາທິບໍດີ Joe Biden ເນັ້ນໜັກວ່າ ສຳລັບທ່ານແລ້ວ, ຄວາມສາມັກຄີແມ່ນບົດຮຽນເຊິ່ງໄດ້ຖອດຖອນມາໄດ້ຈາກເຫດການດັ່ງກ່າວ. ເນື່ອງໃນໂອກາດນີ້, ທ່ານກໍ່ແບ່ງປັນຄວາມສູນເສຍຕໍ່ຍາດຕິພີ່ນ້ອງຂອງບັນດາຜູ້ປະສົບເຄາະຮ້ານຂອງເຫດການກໍ່ການຮ້າຍ.

ວັນທີ 11 ກັນຍາ, ບັນດາການນຳໃນໂລກໄດ້ສົ່ງສານສະແດງໃຫ້ເຫັນຄວາມສາມັກຄີກັບປະເທດ ອາເມລິກາ ເນື່ອງໃນໂອກາດນີ້ເຊິ່ງເຮັດໃຫ້ເກືອບ 3.000 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ