ປະທານາທິບໍດີ Mali ຄົນໃໝ່ສະບານຕົວເຂົ້າດຳລົງຕຳແໜ່ງ

ປະທານາທິບໍດີ Mali ຄົນໃໝ່ສະບານຕົວເຂົ້າດຳລົງຕຳແໜ່ງ - ảnh 1
ທ່ານ Ibrahim Boubacar Keita ປະທານາທິບໍດີຜູ້ທີ່​ຫາ​ກໍ່​ໄດ້​ຮັບ​ການ​​ເລືອກ​ຕັ້ງຢູ່ Mali
(ພາບ: Getty)

(vovworld) –  ວັນ​ທີ 4/9, ປະທານາທິບໍດີຜູ້ທີ່​ຫາ​ກໍ່​ໄດ້​ຮັບ​ການ​​ເລືອກ​ຕັ້ງຢູ່ Mali, ທ່ານ Ibrahim Boubacar Keita ​ໄດ້​ສະບາ​ນຕົວ​ເຂົ້າ​ດຳລົງ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ, ​ໃຫ້​ຄຳ​ໝັ້ນໝາຍ​ມານະ​ພະຍາຍາມ​ສ້າງ​ຄວາມ​ສາມັກຄີ​ປະ​ເທດ​ຊາດ, ນຳ​ມາ​ເຊິ່ງສັນຕິ​ພາບ ​ແລະ ຄວາມ​ໝັ້ນຄົງ​​ໃຫ້​ແກ່​ປະຊາຊົນ, ພ້ອມ​ທັງ​ປົກ​ປັກ​ຮັກສາ​ພື້ນຖານ​ປະຊາທິປະ​ໄຕ, ​ເອກະລາດ ​ແລະ ຜືນ​ແຜ່ນ​ດິນອັນ​ຄົບ​ຖ້ວນ. ຕາມ​ແຜນການ​ແລ​້ວ, ພິທີ​ດຳລົງຮັບ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ​ຂອງປະທານາທິບໍດີ Mali ຈະ​​ຮັບ​ການ​ດຳ​ເນີນ​ໃນ​ວັນ​ທີ 19/9 ຈະ​ມາ​ເຖິງ​ຢູ່​ນະຄອນຫຼວງ Bamako. ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະທານາ​ທິບໍດີ 25 ທ່ານທີ່​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

        ວັນ​ທີ 15/8 ຜ່ານ​ມາ, ລັດຖະບານ Mali ​ໄດ້​ຖະ​ແຫຼ​ງວ່າ ທ່ານ Ibrahim Boubacar Keita, ອາຍຸ 68 ປີ, ​ມີ​ໄລ​ຍະ​ເວລາ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີ Mali, ຍາດ​ໄດ້​ໄຊຊະນະ​ໃນ​ຮອບ​ທີ 2 ການ​​ເລື​ອກຕັ້ງ​ປະທານາທິບໍດີ, ດ້ວຍຈຳນວນ​ບັດ​ເລື​ອກຕັ້ງ​ແມ່ນ 77,62 %. ການ​ເລ​ືອກຕັ້ງ​ຜ່ານ​ມາ​​ເປັນ​ຂີດ​ໝາຍ​ໃຫ້ການ​ກັບ​ຄືນ​ຂອງ​ອຳນາດ​ການ​ປົກຄອງ​ປະຊາທິປະ​ໄຕ​ຢູ່ Mali ພາຍຫຼັງ​ການ​ລັດຖະປະຫານ​ການ​ທະຫານ​ໃນ​ວັນ​ທີ 22/3/2012 ​ໂຄ້ນ​ລົ້ມ​ການ​ນຳ Amadou Toumani Toure, ​ເຮັດ​​ໃຫ້​ປະ​ເທດ​ນີ້​ຕົກ​ເຂົ້າ​ສູ່​ສະພາບ​ຈາລະ​ຈົນ, ​ພາ​ໄປ​ເຖິງ​ການ​ທະຫານ​ແຕກ​ທັບ​ອິດສະ​ລາມ​ຄວບ​ຄຸ​ມ​ເຂດ​ທະ​ເລ​ຊາຍ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ