ປະ​ທາ​ນາ​ທິ​ບໍ​ດີ Putin ເຊັນ​ລັດ​ຖະ​ດຳ​ລັດ​ອະ​ນຸ​ຍາດ​ໃຫ້ ປ​ຊ​ຊ 4 ເຂດ​ດິນ​ແດນ ຢູ​ແກຼນ ກາຍ​ເປັນ​ພົນ​ລະ​ເມືອງ ລັດ​ເຊຍ

(VOVWORLD) - ລັດຖະດຳລັດສະບັບນີ້ ກໍ່ກຳນົດວ່າ ບໍ່ວ່າຜູ້ໃດທີ່ບໍ່ປະຕິບັດການຈົດທະບຽນກ່ອນວັນທີ 1 ກໍລະກົດປີ 2024 ກໍ່ຖືກຖືວ່າແມ່ນພົນລະເມືອງຕ່າງປະເທດ
ປະ​ທາ​ນາ​ທິ​ບໍ​ດີ Putin ເຊັນ​ລັດ​ຖະ​ດຳ​ລັດ​ອະ​ນຸ​ຍາດ​ໃຫ້ ປ​ຊ​ຊ 4 ເຂດ​ດິນ​ແດນ ຢູ​ແກຼນ ກາຍ​ເປັນ​ພົນ​ລະ​ເມືອງ ລັດ​ເຊຍ - ảnh 1

 ປະທານາທິບໍດິລັດເຊີຍ Vladimir Putin ເປັນປະທານການປະຊຸມຢູ່ ມົດສະກູ ເມື່ອວັນທີ 27/4 (ພາບ: Reuters)

   ວັນທີ 28 ເມສາ ປະທານາທິບໍດິລັດເຊີຍ Vladimir Putin ໄດ້ເຊັນລັດຖະດຳລັດອະນຸຍາດໃຫ້ ປຊຊ ກຳລົງຊີວິດຢູ່ບັນດາເຂດດິນແດນ ຢູແກຼນ ຊື່ງ ລັດເຊຍ ໄດ້ໂຮມເຂົ້າແລ້ວ ສາມາດກາຍເປັນພົນລະເມືອງ ລັດເຊຍ ຕໍຄື: Donetsk, Luhansk, Kherson ແລະ Zaporizhzhia. ລັດຖະດຳລັດສະບັບໃໝ່ນີ້ ໄດ້ກຳນົດວ່າ ບັນດາພົນລະເມືອງ ຢູແກຼນ ຫຼືຜູ້ຖືໜັງສືຜ່ານແດນ ໂດຍບັນດາປະເທດສາທາລະນະແຍກຕົວ ໄດ້ ລັດເຊຍ ສະໜອງ ແລະ ດຳລົງຊີວິດຢູ່ 4 ເຂດດັ່ງກ່າວ ອາດຈະເລິ່ມການຈົດທະບຽນກາຍເປັນພົນລະເມືອງ ລັດເຊຍ ຫຼືເຮັດໃຫ້ສະພາບການຂອງເຂົາເຈົ້າກັບກຳນາດການປົກຄອງ ລັດເຊຍ ຖືກຕ້ອງຕາມກົດໝາຍ. ນອກຈາກນັ້ນ, ລັດຖະດຳລັດສະບັບນີ້ ກໍ່ກຳນົດວ່າ ບໍ່ວ່າຜູ້ໃດທີ່ບໍ່ປະຕິບັດການຈົດທະບຽນກ່ອນວັນທີ 1 ກໍລະກົດປີ 2024 ກໍ່ຖືກຖືວ່າແມ່ນພົນລະເມືອງຕ່າງປະເທດ ແລະ ອາດຈະມີໄພຖືກເນລະເທດອອກຈາກເຂດດິນແດນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ