ປະທານາທິບໍດີ Vladimir Putin: ລູກສອນໄຟຍິງເຮືອບິນ MH17 ຕົກບໍ່ແມ່ນຂອງ ລັດເຊຍ

(VOVWORLD) - ທີ 25 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢືນຢັນວ່າ:
ປະທານາທິບໍດີ Vladimir Putin: ລູກສອນໄຟຍິງເຮືອບິນ MH17 ຕົກບໍ່ແມ່ນຂອງ ລັດເຊຍ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: EPA/TTXVN)

ລູກສອນໄຟຍິງເຮືອບິນທີ່ມີເລກໝາຍ MH17 ຂອງບໍລິສັດການບິນ ມາເລເຊຍ Airlines ຕົກເມື່ອປີ 2014 ນັ້ນ ບໍ່ແມ່ນຂອງກອງທັບ ລັດເຊຍ, ປະຕິເສດຂໍ້ສະຫລຸບການສືບສວນຂອງ ໂປໂລຍ ແລະ ອົດສະຕາລີ ທີ່ຖືວ່າ: ມົດສະກູ ຢືນຢູ່ເບື້ອງຫຼັງເຫດໂສກນາດຕະກຳນີ້. ທີ່ເວທີປາໄສເສດຖະກິດສາກົນ St. Petersburg (SPIEF-2018) ຄັ້ງທີ 22 ພວມດຳເນີນໄປ, ເມື່ອຖືກຖາມວ່າ ຄັນຊັ້ນລູກສອນໄຟທີ່ຍິງເຮືອບິນ MH17 ຕົກ ກໍ່ແມ່ນຂອງ ລັດເຊຍ ບໍ່, ທ່ານປະທານາທິບໍດີ Putin ຕອບວ່າ: “ບໍ່ແມ່ນ”, ທ່ານ Putin ກໍ່ຖືວ່າ ລັດເຊຍ ບໍ່ມີຄວາມເຊື່ອໝັ້ນຕໍ່ການສະຫລຸບຂອງ ໂປໂລຍ ຍ້ອນວ່າ ມົດສະກູ ບໍ່ໄດ້ເຂົ້າຮ່ວມໃນວິວັດທະນາການສືບສວນນັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ