ປະທານາທິບໍດີ ປາແລັດສະຕິນ ເລີ່ມຕົ້ນການຢ້ຽມຢາມ ອີຢິບ

ປະທານາທິບໍດີ ປາແລັດສະຕິນ ເລີ່ມຕົ້ນການຢ້ຽມຢາມ ອີຢິບ - ảnh 1
ທ່ານ​ປະທານາທິບໍດີ ປາ​ແລັດ​ສະຕິ​ນ Mahmoud Abbas
(ພາບ: AFP/TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 19/03 (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ປະທານາທິບໍດີ ປາ​ແລັດ​ສະຕິ​ນ Mahmoud Abbas ​ໄດ​້​ໄປ​ຮອດ Cairo ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ອີ​ຢິບ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ ​ປະທານາທິບໍດີ​ປະ​ເທດ​ເຈົ້າ​ພາບ Abdel Fattah Al-Sisi ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພັນ ອາຣັບ (AL) ​ເຊິ່ງຄາດ​ຄະ​ເນ​ວ່າ ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ​ນີ້​ຢູ່ Jordan. ​ໃນ​ແຈ້ງ​ການ​ໜຶ່ງ ​ໂຄ​ສົກ​ສຳນັກງານປະທານາທິບໍດີ ອີ​ຢິບ ທ່ານ Alaa Yusuf ​ໃຫ້​ຮູ້​ວ່າ: ​ເນື່ອງ​ໃນ​ໂອກາດການ​ຢ້ຽມຢາມ Cairo ຄັ້ງ​ນີ້​ຂອງທ່ານ​ປະທານາທິບໍດີ Abbas ຄາດ​ວ່າ ການ​ນຳ 2 ທ່ານຈະ​ປຶກສາ​ຫາລືກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ, ບັນດາ​ການ​ຜັນ​ແປ​ໃໝ່​ສຸດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປະ​ທະ​ກັນ​ລະຫວ່າງ ປາ​ແລັດ​ສະຕິ​ນ ​ແລະ ອິດສະຣາ​ແອນ, ສະພາບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ ​ແລະ ມະນຸດສະທຳ ທີ່​ບັນດາ​ເຂດ​ແຄ້ວ​ນ ຂອງຊາວ ປາ​ແລັດ​ສະຕິ​ນ ກໍ່​ຄື​ບັນດາ​ມາ​ດຕະການ​ເປັນ​ໄປ​ໄດ້ ​ເພື່ອ​ເຊື່ອ​ມຕໍ່​ວິວັດ​ການ​ສັນຕິພາບຢູ່​ຕາ​ເວັນ​ອອກ​ກາງ.

ຕອບກັບ

ຂ່າວ/ບົດ​ອື່ນ