ປະທານາທິບໍດີ ລັດເຊຍ Putin ເຂົ້າຮ່ວມການສວນສະໜາມກອງທັບເຮືອ ລັດເຊຍ

(VOVWORLD) - ວັນທີ 28 ກໍລະກົດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຂົ້າຮ່ວມການສວນສະໜາມກອງທັບເຮືອ ລັດເຊຍ ເຊີດຊູວັນກອງທັບເຮືອປະຈຳປີ. 
ປະທານາທິບໍດີ ລັດເຊຍ Putin ເຂົ້າຮ່ວມການສວນສະໜາມກອງທັບເຮືອ ລັດເຊຍ - ảnh 1ປະທານາທິບໍດີ ລັດເຊຍ Putin ເຂົ້າຮ່ວມການສວນສະໜາມກອງທັບເຮືອ ລັດເຊຍ (ພາບ: AFP/TTXVN)

ກ່າວຄຳເຫັນທີ່ການສວນສະໜາມ, ທ່ານປະທານາທິບໍດີ Putin ຢືນຢັນວ່າ: ກອງທັບເຮືອ ລັດເຊຍ ແມ່ນກຳລັງນຳໜ້າໃນການປັບຕົວໃຫ້ແທດເໝາະ ແລະ ພັດທະນາບັນດາເຕັກໂນໂລຊີການປ້ອງກັນໃໝ່, ພ້ອມທັງ ຮັບປະກັນກຳລັງຄວາມສາມາດປ້ອງກັນຊາດຂອງປະເທດ ທີ່ຕ້ານຄືນບໍ່ວ່າການກະທຳເກາະຜິດໃດໆ. ທ່ານປະທານາທິບໍດີ Putin ຖະແຫຼງວ່າ ລັດເຊຍ ຈະສ້າງກອງເຮືອຮົບ “ໜຶ່ງບໍ່ມີສອງ”, ໂດຍຄາດຄະເນກ່ຽວກັບສະພາບການປະຫວັດສາດຍາວນານ. ຕາມນັ້ນແລ້ວ, ກອງທັບເຮືອ ລັດເຊຍ ຈະຊື້ກ່ຳປັ່ນ ແລະ ກ່ຳປັ່ນບັນທຸກປືນໃຫຍ່ຕື່ມອີກ 15 ລຳ, ຍົກລະດັບກຳລັງປ້ອງກັນຝັ່ງທະເລ ກໍ່ຄືພື້ນຖານໂຄງລ່າງໃຫ້ບັນດາຖານທີ່ໝັ້ນກອງທັບເຮືອຂອງ ລັດເຊຍ ໃນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ