ປະທານາທິບໍດີ ລັດເຊຍ ແລະ ອີຣານ ໂອ້ລົມສົນທະນາທາງໂທລະສັບຄັ້ງທີ 2 ໃນເວລາ 9 ວັນ

(VOVWORLD) -ອີຣານ ນັບມື້ນັບສວມບົດບາດສຳຄັນດ້ວຍຖານະແມ່ນຄູ່ຮ່ວມມືຂອງລັດເຊຍ ນັບແຕ່ເມື່ອ ລັດເຊຍ ຖືກລົງໂທດຈາກຝ່າຍຕາເວັນຕົກ ທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ. 
ປະທານາທິບໍດີ ລັດເຊຍ ແລະ ອີຣານ ໂອ້ລົມສົນທະນາທາງໂທລະສັບຄັ້ງທີ 2 ໃນເວລາ 9 ວັນ - ảnh 1ປະທານາທິບໍດີ ລັດເຊຍ Vladimir Putin ກັບຄູ່ຕຳແຫນ່ງ ອີຣານ ທ່ານ Ebrahim Raisi.(ພາບ:Sputnik)

ວັນທີ 19 ມັງກອນ, ວັງ Kremlin ໃຫ້ຮູ້ວ່າ: ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແຫນ່ງ ອີຣານ ທ່ານ Ebrahim Raisi. ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທີ 2 ລະຫວ່າງການນຳສອງທ່ານພຽງໃນເວລາ 9 ວັນ. ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບສະພາບການ ຊີຣີ, ໃນນັ້ນ ສອງຝ່າຍລ້ວນແຕ່ສະຫນັບສະຫນູນປະທານາທິບໍດີ Bashar al-Assad ໃນການປະທະກັນທີ່ແກ່ຍາວ. ສອງຝ່າຍ ກໍ່ຢັ້ງຢືນເຖິງການຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງ ແລະ ພະລັງງານ.

ອີຣານ ນັບມື້ນັບສວມບົດບາດສຳຄັນດ້ວຍຖານະແມ່ນຄູ່ຮ່ວມມືຂອງລັດເຊຍ ນັບແຕ່ເມື່ອ ລັດເຊຍ ຖືກລົງໂທດຈາກຝ່າຍຕາເວັນຕົກ ທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ. ການຮ່ວມມື ລະຫວ່າງ ເຕເຮຣານ ແລະ ມົດສະກູ ບໍ່ພຽງແຕ່ຈຳກັດໃນບັນຫາ ຊີຣີ ເທົ່ານັ້ນ ຫາກສອງຝ່າຍຍັງຜັນຂະຫຍາຍການຮ່ວມມືຢ່າງສະດວກຢູ່ເຂດ Caucasus, ຜ່ານກົນໄກ ຮ່ວມມື 3+3, ລວມມີ 3 ປະເທດ Caucasus ໃຕ້ຄື: ອາກເມນີ, ຈໍເຈຍ, ອາເຊັກໄບຢານ ພ້ອມກັບລັດເຊຍ, ຕວກກີ ແລະອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ