ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ສະ​ໜອງ​ນ້ຳ​ມັນ​ອາຍ​ແກັດ​ໃຫ້​ແກ່ ຈີນ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງລະຫວ່າງລັດຖະບານ ກັບ ຈີນ ກ່ຽວກັບການຮ່ວມມືສະໜອງນ້ຳມັນອາຍແກັດຈາກ ລັດເຊຍ ໄປຍັງ ຈີນ ຜ່ານລະບົບທໍ່ສົ່ງນ້ຳມັນອາຍແກັດຕາເວັນອອກໄກ.
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ສະ​ໜອງ​ນ້ຳ​ມັນ​ອາຍ​ແກັດ​ໃຫ້​ແກ່ ຈີນ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ວັນທີ 13 ມິຖຸນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງລະຫວ່າງລັດຖະບານ ກັບ ຈີນ ກ່ຽວກັບການຮ່ວມມືສະໜອງນ້ຳມັນອາຍແກັດຈາກ ລັດເຊຍ ໄປຍັງ ຈີນ ຜ່ານລະບົບທໍ່ສົ່ງນ້ຳມັນອາຍແກັດຕາເວັນອອກໄກ.

        ຂໍ້ຕົກລົງສະບັບດັ່ງກ່າວ ໄດ້ລົງນາມຢູ່ ມົດສະກູ ແລະ ປັກກິ່ງ ໃນວັນທີ 31 ມັງກອນ 2023, ໂດຍຊີ້ແຈ້ງບັນດາເງື່ອນໄຂຮ່ວມມືສະໜອງອາຍແກັດຈາກ ລັດເຊຍ ໄປຍັງ ຈີນ ລຽບຕາມທໍ່ສົ່ງຕາເວັນອອກໄກ, ໃນນັ້ນ ມີທັງຕອນຂ້າມຊາຍແດນຂອງລະບົບທໍ່ສົ່ງນ້ຳມັນອາຍແກັດ ຜ່ານແມ່ນ້ຳ Ussuri ຢູ່ໃກ້ກັບນະຄອນ  Dalnerechensk  ຢູ່ ລັດເຊຍ ແລະ ນະຄອນ ຣູຫຼີນ ຂອງ ຈີນ.

        ຕາມເວັບໄຊຂອງກະຊວງພະລັງງານ ລັດເຊຍ ແລ້ວ, ເລື່ອງເປີດລະບົບທໍ່ສົ່ງນ້ຳມັນອາຍແກັດຕາເວັນອອກໄກ ຈະເພີ່ມປະລິມານອາຍແກັດທຳມະຊາດທີ່ສະໜອງໃຫ້ ຈີນ ຕື່ມອີກ 10 ຕື້ ແມັດກ້ອນ ຕໍ່ປີ.


ຕອບກັບ

ຂ່າວ/ບົດ​ອື່ນ