ປະທານາທິບໍດີ ສິງກະໂປ ຮ່າລິມມາ ຢາກອບ ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ລະດັບຊາດ

(VOVWORLD) - ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານນາງ ປະທານາທິບໍດີ ສິງກະໂປ ນັບແຕ່ເມື່ອ ພະຍາດໂຄວິດ 19 ເລີ່ມແຜ່ລະບາດ.
ປະທານາທິບໍດີ ສິງກະໂປ ຮ່າລິມມາ ຢາກອບ  ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ລະດັບຊາດ - ảnh 1ທ່ານນາງຮ່າລິມມາ ຢາກອບ ປະທານາທິບໍດີ ສິງກະໂປ ແລະ ສາມີ ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ທາງລັດຖະການ (ພາບ:Văn Điệp/TTXVN)

ຕອນບ່າຍວັນທີ 16 ຕຸລາ, ທ່ານນາງຮ່າລິມມາ ຢາກອບ ປະທານາທິບໍດີ ສິງກະໂປ ແລະ ສາມີ ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ທາງລັດຖະການ ນັບແຕ່ວັນທີ 16 ເຖິງ ວັນທີ 20 ຕຸລາ, ຕາມຄຳເຊີນຂອງທ່ານຫງວຽນຊວັນຟຸກ ປະທານປະເທດຫວຽດນາມ. ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານນາງ ປະທານາທິບໍດີ ສິງກະໂປ ນັບແຕ່ເມື່ອ ພະຍາດໂຄວິດ 19 ເລີ່ມແຜ່ລະບາດ. ການຢ້ຽມຢາມໄດ້ດຳເນີນໃນສະພາບການທີ່ສອງປະເທດ ມຸ້ງໄປສູ່ການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດປີ2023.

        ຕາມວາລະ, ທ່ານນາງ ປະທານາທິບໍດີ ສິງກະໂປ ຮ່າລິມມາ ຢາກອບ ໄປວາງພວງມາລາ ແລະ ເຂົ້າຄຳນັບສຸສານທ່ານປະທານໂຮ່ຈີ່ມິນ; ພົບປະກັບ ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ເປັນສັກຂີພິຍານໃນພິທີລົງນາມ; ເຂົ້າຢ້ຽມຄຳນັບ ທ່ານ ຫງວຽນຟູ້ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ທ່ານເວືອງດິ້ງເຫວະ ປະທານສະພາແຫ່ງຊາດ; ທ່ານຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຫວຽດນາມ. ທ່ານນາງຮ່າລິມມາ ຢາກອບ ກໍ່ຍັງໄດ້ຕ້ອນຮັບ ທ່ານດິງຕ້ຽນຢຸ້ງ ເລຂາພັກນະຄອນຮ່າໂນ້ຍ; ຢ້ຽມຢາມ ແຂວງບັກນິ່ງ ແລະ ນະຄອນໂຮ່ຈີ່ມິນ.

ຕອບກັບ

ຂ່າວ/ບົດ​ອື່ນ