ປະທານາທິບໍດີ ສ.ປານາມາ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານາທິບໍດີ ສ.ປານາມາ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ປະທານາທິບໍດີ ສ. ​ປານາມາ Ricardo Martinelli Berrocal
(ພາບ: ອີນເຕແນດ)


(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທ​ດ ສສ ຫວຽດນາມ Truong Tan Sang, ທ່ານ​ປະທານາທິບ​ໍດີ ສ. ​ປານາມາ Ricardo Martinelli Berrocal ​ໄດ້​ເດີນທາງ​ມາ​ຮອດຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະ​ຫວ່າງ​ວັນ​ທີ 24 – 27/10. ນີ້​ແມ່ນ​ການ​ຢ້ຽມຢາມຫວຽດນາມ ​ຂັ້ນ​ປະ​ມຸກ​ລັດຄັ້ງ​ທຳ​ອິດ​ຂອງ​ລັດ​ປາ​ນາມາ ນັບ​ແຕ່​​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດຄື​ວັນ​ທີ 28/8/1975. ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໄປ​ໃນ​ສະຖານະ​ການ​ທີ່​ຫວຽດນາມ ​ແລະ ປາ​ນາມາ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ສຳຄັນ​ຫຼາຍ​ຢ່າງ ​ໃນ​ບັນດາ​ຂົງ​ເຂດ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ການ​ນຳ​ສອງ​ປະ​ເທດ​ຈະ​​ແລກປ່ຽນ​ບັນດາ​ຄວາມ​ສາມາດ​ ​ແລ​ະ ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ເໝາະ​ສົມ​ກັບ​ຄວາມ​ສາມາດບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ; ຜັນ​ຂະຫຍາຍການ​ປະຕິບັດ​ບັນ​ດາ​ຂໍ້​ຕົກລົງ​ເຊິ່ງ​ໄດ້​ລົງ​ນາມ​ໃນ​ຂົງ​ເຂດ​ຕ່າງໆ​ຄື ກະສິກຳ, ວິທະຍາສາດ, ​ເຕັກນິກ, ການ​ເດີນ​ທະ​ເລ… ຮັບ​ໃຊ້​ພາລະກິດ​ສ້າ​ງສາ ​ແລະ ພັດທະນາ​ຢູ່​ແຕ່ລະ​ປະ​ເທດ​ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ