ປະທານາທິບໍດີ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຫັນການພົວພັນກັບ ຈີນ ເປັນປົກກະຕິ

(VOVWORLD) - ວັນທີ 14 ທັນວາຈະມີການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜີງ. ນີ້ຈະແມ່ນການພົບປະຄັ້ງທີ 3 ລະຫວ່າງການນຳ 2 ທ່ານ ນັບແຕ່ທ່ານ Moon ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ສ.ເກົາຫຼີ ໃນຊ່ວງເດືອນ ພຶດສະພາ.
ປະທານາທິບໍດີ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຫັນການພົວພັນກັບ ຈີນ ເປັນປົກກະຕິ - ảnh 1  ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in (ພາບ: Reuters)

ວັນທີ 13 ທັນວາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມຫັນການພົວພັນກັບ ຈີນ ເປັນປົກກະຕິ ພ້ອມທັງຮຽກຮ້ອງໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມື 2 ຝ່າຍກ່ຽວກັບບັນດາບັນຫາການເມືອງ ແລະ ຄວາມສະຫງົບປອດໄພ. ໃນການຢ້ຽມຢາມທາງລັດຖະກິດ ຈີນ ທີ່ແກ່ຍາວເປັນເວລາ 4 ວັນ, ທ່ານ Moon ໄດ້ຍົກອອກຄຳໝັ້ນສັນຍາໃນການພົບປະກັບຊາວ ສ.ເກົາຫຼີ ອາໄສຢູ່ ປັກກີງ ປະມານ 400 ຄົນ. ທ່ານ Moon ຄາດຄະເນວ່າ ວັນທີ 14 ທັນວາຈະມີການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜີງ. ນີ້ຈະແມ່ນການພົບປະຄັ້ງທີ 3 ລະຫວ່າງການນຳ 2 ທ່ານ ນັບແຕ່ທ່ານ Moon ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ສ.ເກົາຫຼີ ໃນຊ່ວງເດືອນ ພຶດສະພາ.

        ທ່ານປະທານາທິບໍດີ ສ.ເກົາຫຼີ ເນັ້ນໜັກວ່າ: ໃນ 25 ປີຜ່ານມາ, ການພົວພັນ ສ.ເກົາຫຼີ - ຈີນ ໄດ້ມີບາດກ້າວພັດທະນາຢ່າງໃຫຍ່ຫລວງໃນຂົງເຂດເສດຖະກິດ, ເຖິງຢ່າງໃດກໍ່ຕາມ ໃນບັນດາຂົງເຂດຄື: ການເມືອງ ແລະ ຄວາມສະຫງົບປອດໄພ ບໍ່ບັນລຸໄດ້ຄືແນວນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ