ປະທານາທິບໍດີ ອາບການິດສະຖານ ປະກາດຢຸດຍິງກັບ Taliban ໃນໂອກາດເທດສະການ Eid Al Adha

(VOVWORLD) -Eid al – Adha ແມ່ນງານບຸນຂອງຊາວມຸດສະລິມ ຈັດຕັ້ງປະຈຳປີ ແລະ ແກ່ຍາວໃນເວລາ 3 ວັນ. ງານບຸນປີນີ້ໄດ້ເລີ່ມແຕ່ວັນທີ 21 ສິງຫາ.

ວັນທີ 19 ສິງຫາ, ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ໄດ້ປະກາດ ຢຸດຍິງສຳລັບທະຫານແຕກທັບ ຕາລີບານ ເນື່ອງໃນໂອກາດເທດສະການ Eid Al Adha  ຂອງຊາວມຸດສະລິມ ໂດຍບໍ່ຫົວຊາຕໍ່ສະພາບການປະທະກັນທີ່ເຄັ່ງຕຶງ ໃນ 2 – 3 ວັນຜ່ານມາຢູ່ນະຄອນ Ghazni, ທາງພາກກາງຂອງປະເທດນີ້. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນຊາດ ອາບການິດສະຖານ, ທ່ານປະທານາທິບໍດີ Ashraf Ghani ຮັບຮູ້ຄຳສັ່ງຢຸດຍິງໂດຍມີເງື່ອນໄຂຈະມີຜົນສັກສິດແຕ່ວັນທີ 20 ສິງຫາ ແລະ ແກ່ຍາວຮອດເວລາໃດທີ່ຕາລີບານ ຍັງເຄົາລົບຄຳສັ່ງຢຸດຍິງນີ້.

        ປະຈຸບັນ, ຍັງບໍ່ທັນຮູ້ວ່າຕາລີບານ ບໍ່ຮັບຮູ້ຄຳຮຽກຮ້ອງຢຸດຍິງຂອງທ່ານປະທານາທິບໍດີ Ashraf Ghani ເນື່ອງໃນໂອກາດເທດສະການ Eid al – Adha ຫຼືບໍ່. Eid al – Adha ແມ່ນງານບຸນຂອງຊາວມຸດສະລິມ ຈັດຕັ້ງປະຈຳປີ ແລະ ແກ່ຍາວໃນເວລາ 3 ວັນ. ງານບຸນປີນີ້ໄດ້ເລີ່ມແຕ່ວັນທີ 21 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ