ປະທານາທິບໍດີ ອາເມລິກາ: ຊຸກຍູ້ການພົວພັນດ້ານການຄ້າ ຕ້ອງອີງໃສ່ຫຼັກການຍຸຕິທຳ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ມີບົດກ່າວປາໄສທີ່ກອງປະຊຸມ CEO APEC ຢູ່ດ່າໜັງ ໃນຕອນບ່າຍວັນທີ 10 ພະຈິກ, ພາຍຫລັງມາຮອດນະຄອນນີ້ ເພື່ອເຂົ້າຮ່ວມສັບປະດາຂັ້ນສູງ APEC 2017.
ປະທານາທິບໍດີ ອາເມລິກາ: ຊຸກຍູ້ການພົວພັນດ້ານການຄ້າ ຕ້ອງອີງໃສ່ຫຼັກການຍຸຕິທຳ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump

ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມປິຕິຊົມຊື່ນ ເມື່ອເຂົ້າຮ່ວມເວທີປາໄສເຈລະຈາຂັ້ນສູງ APEC ຢູ່ນະຄອນ ດ່າໜັງ, ຫວຽດນາມ, ພ້ອມທັງຢືນຢັນວ່າ: ປະເທດ ອາເມລິກາ ແຕ່ດົນນານມາແລ້ວໃນປະຫວັດສາດໄດ້ມີການຜູກພັນຢ່າງສະໜິດແໜ້ນກັບບັນດາປະເທດໃນພາກພື້ນ. ທ່ານປະທານາທິບໍດີ ອາເມລິກາ ກ່າວວ່າ:
“ມື້ນີ້ ພວກເຮົາມີໜ້າຢູ່ ດ່າໜັງ ເພື່ອຊຸກຍູ້ການພົວພັນ, ນ້ຳໃຈມິດຕະພາບ, ການພົວພັນຄູ່ຮ່ວມມື, ພ້ອມທັງເພື່ອສະເຫຼີມສະຫຼອງບັນດາຜົນງານເຊິ່ງ APEC ບັນລຸໄດ້. ດ່າໜັງ ພວມກາຍເປັນຈຸດນັດພົບທີ່ດູດດຶ່ມ, ບັນດາທັດສະນີຍະພາບທີ່ສວຍງາມຄື: ຂົວມັງກອນ, ບັນດາຫາດຊາຍທະເລສວຍງາມ ພວມຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກຫົນແຫ່ງໃນໂລກນັບລ້ານຄົນ”.
ເມື່ອສະແດງຄວາມປະທັບໃຈກ່ຽວກັບການພັດທະນາຢ່າງວ່ອງໄວທີ່ສຸດຂອງພື້ນຖານເສດຖະກິດ ຫວຽດນາມ, ທ່ານປະທານາທິບໍດີ ອາເມລິກາ Donald Trum ເນັ້ນໜັກວ່າ:
“ປັດຈຸບັນ, ພື້ນຖານເສດຖະກິດ ຫວຽດນາມ ພວມເປີດປະຕູ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນໂລກ. ນັກສຶກສາ ຫວຽດນາມ ໄດ້ຈັດອັນດັບແມ່ນບັນດານັກສຶກສາມີຄວາມເກັ່ງກ້າທີ່ສຸດໃນໂລກ”.
ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ຍົກອອກບັນດາຕົວຢ່າງທີ່ປະສົບຜົນສຳເລັດ ແລະ ພັດທະນາວັດທະນາຖາວອນຈາກບັນດາປະເທດຄື: ອິນໂດເນເຊຍ, ສິງກະໂປ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ອິນເດຍ. ເມື່ອປະກາດນະໂຍບາຍໃໝ່ຂອງ ອາເມລິກາ ຢູ່ພາກພື້ນ, ທ່ານ Donald Trump ຢັ້ງຢືນວ່າ:
“ໃນວິວັດການພັດທະນາເສດຖະກິດຂອງແຕ່ລະປະເທດ. ບັດດາປະເທດລ້ວນແຕ່ຊອກຫາບັນດາການພົວພັນຮ່ວມມືດ້ານການຄ້າ ໂດຍອີງໃສ່ຫຼັກການເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ມື້ນື້ ຂ້າພະເຈົ້າມີໜ້າຢູ່ທີ່ນີ້ ເພື່ອສ້າງນະໂຍບາຍໃໝ່ຂອງ ອາເມລິກາ ໃນພາກພື້ນ ແມ່ນນະໂຍບາຍຊຸກຍູ້ການພົວພັນຄູ່ຮ່ວມມືກັບບັນດາກປະເທດໃນພາກພື້ນ ອິນເດຍ - ປາຊີຟິກ ແລະ ພ້ອມກັນຊຸກຍູ້ວັດທະນາຖາວອນຂອງພວກເຮົາ ຫຼື ຄວາມສະຫງົບປອດໄພຂອງພວກເຮົາ. ເປົ້າໝາຍຂອງພວກເຮົາ ແມ່ນຊຸກຍູ້ບັນດາການພົວພັນດ້ານການຄ້າຢ່າງແຮງ ໂດຍອີງໃສ່ຫຼັກການຍຸຕິທຳ ແລະ ມີຄວາມຮັບຜິດຊອບ”.
ສຸດທ້າຍ, ທ່ານປະທານາທິບໍດີ ອາເມລິກາ ຢືນຢັນວ່າ: ອາເມລິກາ ເຄີຍເປັນເພື່ອນ, ເປັນຄູ່ຮ່ວມມື, ເປັນສຳພັນທະມິດ ແລະ ຈະສືບຕໍ່ເປັນຄູ່ຮ່ວມມື, ເປັນເພື່ອນມິດ, ເປັນສຳພັນທະມິດກັບບັນດາປະເທດໃນພາກພື້ນ APEC ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ