ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ກາດ​​ກອງ​ທຶນ 1 ຕື້ USD ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ໃນໄລຍະດຳລົງຕຳແໜ່ງປະທານາທິບໍດີ, ທ່ານ Joe Biden ໄດ້ໃຫ້ຄຳໝັ້ນສັນຍາຈະນຳການປ່ຽນແປງດິນຟ້າອາກາດກາຍເປັນບຸລິມະສິດແຖວໜ້າໃນບັນດານະໂຍບາຍ.
ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ກາດ​​ກອງ​ທຶນ 1 ຕື້ USD ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Reuters)

ວັນທີ 20 ເມສາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດແຜນການເພີ່ມກອງທຶນໜູນຊ່ວຍບັນດາປະເທດພວມພັດທະນາໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳລາຍປ່າ Amazon ຢູ່ ບຣາຊິນ. ກ່າວຄຳເຫັນທີ່ກອງປະຊຸມແບບທາງໄກທີ່ມີຊື່ວ່າ ເວທີປາໄສພະລັງງານ ແລະ ດິນຟ້າອາກາດຂອງບັນດາພື້ນຖານເສດຖະກິດໃຫຍ່”, ທ່ານ Joe Biden ໄດ້ປະກາດຈະປະກອບເງິນຈຳນວນ 1 ຕື້ USD ເຂົ້າກອງດິນຟ້າອາກາດສີຂຽວ, ເຊິ່ງແມ່ນການເງິນອຸປະຖຳໃຫ້ແກ່ບັນດາໂຄງການກ່ຽວກັບພະລັງງານສະອາດ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ບັນດາປະເທດພວມພັດທະນາ. ທ່ານກໍ່ປະກາດແຜນການຮຽກຮ້ອງບ້ວງເງິນຈຳນວນ 500 ລ້ານ USD ໃນໄລຍະ 5 ປີຈະມາເຖິງໃຫ້ແກ່ກອງທຶນ Amazon ເພື່ອແນໃສ່ຮັບມືກັບໄພທຳລາຍປ່າ Amazon ຢູ່ ບຣາຊິນ ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ. ໃນໄລຍະດຳລົງຕຳແໜ່ງປະທານາທິບໍດີ, ທ່ານ Joe Biden ໄດ້ໃຫ້ຄຳໝັ້ນສັນຍາຈະນຳການປ່ຽນແປງດິນຟ້າອາກາດກາຍເປັນບຸລິມະສິດແຖວໜ້າໃນບັນດານະໂຍບາຍ, ໃນນັ້ນ ວາງເປົ້າໝາຍຮອດປີ 2030, ຈະຫຼຸດການປ່ອຍອາຍພິດຂອງ ອາເມລິກາ ລົງແຕ່ 50 ຫາ 52%

ຕອບກັບ

ຂ່າວ/ບົດ​ອື່ນ