ປະທານາທິບໍດີ ອາເມລິກາ ສະເໜີດຳເນີນການພົບປະສຸດຍອດ ອາເມລິກາ - ສ.ປປ. ເກົາຫຼີຢູ່ບ້ານຢຸດຮົບ Panmunjom

(VOVWORLD) -ປະທານາທິບໍດີ ອາເມລິກາ Donald Trump ໄດ້ສະເໜີດຳເນີນການພົບປະສຸດຍອດ ກັບ ການນຳສ.ປປ. ເກົາຫຼີ Kim Jong-Un ຢູ່ບ້ານຢຸດຮົບ Panmunjom
    ປະທານາທິບໍດີ ອາເມລິກາ ສະເໜີດຳເນີນການພົບປະສຸດຍອດ ອາເມລິກາ - ສ.ປປ. ເກົາຫຼີຢູ່ບ້ານຢຸດຮົບ Panmunjom - ảnh 1ປະທານາທິບໍດີ ອາເມລິກາ Donald Trump 

ວັນທີ 30 ເມສາ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ສະເໜີດຳເນີນການພົບປະສຸດຍອດ ກັບ ການນຳສ.ປປ. ເກົາຫຼີ Kim Jong-Un ຢູ່ບ້ານຢຸດຮົບ Panmunjom ຊຶ່ງແມ່ນແຫ່ງຫາກໍດຳເນີນການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສ.ປປ. ເກົາຫຼີ. ຫ້ອງວ່າການທຳນຽບປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ເມື່ອວັນທີ 1 ພຶດສະພາວ່າ : ຖ້າຫາກໄດ້ຮັບເລືອກເປັນສະຖານທີ່ຈັດກອງປະຊຸມສຸດຍອດ ອາເມລິກາ - ສ.ປປ. ເກົາຫຼີໃນມໍ່ໆນີ້, ບ້ານຢຸດຮົບ Panmunjom ຈະກາຍເປັນສະຖານທີ່ທີ່ມີຄວາມໝາຍ ຊຶ່ງເປັນຂີດໝາຍກ່ຽວກັບຫຼັກໝາຍປະຫວັດສາດໃໝ່ໃຫ້ແກ່ສັນຕິພາບ.

    ໃນຂະນະນັ້ນ, ສື່ມວນຊົນ ແຫ່ງ ສ.ເກົາຫຼີ ໃຫ້ຮູ້ໃນວັນທີ 30 ເມສາວ່າ : ປະເທດນີ້ພວມກະກຽມໃຫ້ແກ່ການພົບປະສຸດຍອດ 3 ຝ່າຍກັບອາເມລິກາ ແລະ ສ.ປປ. ເກົາຫຼີ ໃນເດືອນ ມິຖຸນາຫຼື ກໍລະກົດທີ່ຈະມາເຖິງ. ຖ້າຫາກວ່າ ວຽກງານທຸກຢ່າງດຳເນີນໄປດ້ວຍດີ, ການເຈລະຈາ 6 ຝ່າຍກ່ຽວກັບການປະຕິບັດວິວັດທະນາການສ້າງແຫຼມເກົາຫຼີ ປອດນິວເຄຼຍ ອາດຈະຖືກເຊື່ອມຕໍ່ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ