ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ເຂົ້າ​ຮ່ວມ COP 27, ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊີ​ຕ​າ​ເວັນ​ອອກ ແລະ G20

(VOVWORLD) -ແຈ້ງການຂອງທຳນຽບຂາວ ໄດ້ຍົກອອກຢ່າງຈະແຈ້ງຢູ່ກອງປະຊຸມ COP 27 ປະທານາທິບໍດີ Joe Biden ຈະຍົກໃຫ້ເຫັນຄວາມຈຳເປັນກ່ຽວກັບເລື່ອງໂລກ ຕ້ອງພ້ອມກັນມີການກະທຳໃນທົດສະວັດທີ່ມີລັກສະນະຕັດສິນນີ້.
ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ເຂົ້າ​ຮ່ວມ COP 27, ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊີ​ຕ​າ​ເວັນ​ອອກ ແລະ G20 - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: AFP/TTXVN)

ວັນທີ 28 ຕຸລາ, ທຳນຽບຂາວໄດ້ປະກາດແຜນການຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ກ່ຽວກັບເຂົ້າຮ່ວມກອງປະຊຸມຄັ້ງທີ 27 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 27)ຢູ່ ເອຢິບ ແລະ ໄປປະຕິບັດງານຢູ່ອາຊີຕາເວັນອອກສ່ຽງໃຕ້, ເຂົ້າຮ່ວມບັນດາກອງປະຊຸມ ໃຫຍ່ຢູ່ກຳປູເຈຍ ແລະ ອິນໂດເນເຊຍ.

ຕາມແຜນການແລ້ວ, ວັນທີ 11 ເດືອນພະຈິກທີ່ຈະມາເຖິງນີ້ ທ່ານປະທານາທິບໍດີ Joe Biden ຈະເຂົ້າຮ່ວມກອງປະຊຸມ COP 27 ແລະ ຫຼັງຈາກນັ້ນຈະໄປຢ້ຽມຢາມປະເທດ ກຳປູເຈຍໃນລະຫວ່າງວັນທີ 12 – 13 ພະຈິກ ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສູງປະຈຳປີລະຫວ່າງອາເມລິກາ ແລະ ອາຊຽນ ແລະ ເຂົ້າຮ່ວມ ກອງປະຊຸມຂັ້ນສູງອາຊີຕາເວັນອອກ. ຕໍ່ຈາກນັ້ນ, ທ່ານ Joe Biden ຈະໄປຢ້ຽມຢາມອິນໂດເນເຊຍໃນລະຫວ່າງວັນທີ 13 – 16 ພະຈິກ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20).

ແຈ້ງການຂອງທຳນຽບຂາວ ໄດ້ຍົກອອກຢ່າງຈະແຈ້ງຢູ່ກອງປະຊຸມ COP 27 ປະທານາທິບໍດີ Joe Biden ຈະຍົກໃຫ້ເຫັນຄວາມຈຳເປັນກ່ຽວກັບເລື່ອງໂລກ ຕ້ອງພ້ອມກັນມີການກະທຳໃນທົດສະວັດທີ່ມີລັກສະນະຕັດສິນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ