ປະທານາທິບໍດີ ອາເມລິກາ ເຊັນປະກາດໃຊ້ກົດໝາຍວ່າດ້ວຍການຢຸດຕິການພົວພັນດ້ານການຄ້າເປັນປົກກະຕິກັບ ລັດເຊຍ

(VOVWORLD) -ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ ກໍ່ຈຳກັດບັນດາຖ້ຽວບິນນຳໃຊ້ເຮືອບິນໂດຍບໍລິສັດ ອາເມລິກາ ຜະລິດ ແຕ່ເຈົ້າຂອງກຳມະສິດ ຫລື ຝ່າຍເຊົ່າ ແມ່ນຊາວ ເບລາຣຸດ   

ວັນທີ 8 ເມສາ, ປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການຢຸດຕິການພົວພັນດ້ານການຄ້າເປັນປົກກະຕິກັບ ລັດເຊຍ ໃນສະພາບການປະທະກັນ ຢູ່ ຢູແກຼນ ຍັງຄົງສືບຕໍ່ເກີດຂຶ້ນ. ເລື່ອງປະກາດໃຊ້ກົດໝາຍດັ່ງກ່າວ ແມ່ນເປີດຊ່ອງທາງໃຫ້ ອາເມລິກາ ເພີ່ມອັດຕາພາສີນຳເຂົ້າ. ການກະທຳດັ່ງກ່າວໄດ້ຍົກອອກມາ ພາຍຫລັງອາເມລິກາ, ຍີ່ປຸ່ນ ແລະບັນດາປະເທດອື່ນໃນກຸ່ມບັນດາປະເທດ G7 ເຫັນດີປະຕິບັດບັນດາບາດກ້າວເພື່ອກ້າວໄປເຖິງຍົກເລີກຂໍ້ກຳນົດ ຫລັກການປະຕິບັດແບບຊຂອງລັດເຊຍ ໃນເດືອນຜ່ານມາ.

ແລະ ກໍ່ໃນວັນທີ 8 ເມສາ ທ່ານປະທານາທິບໍດີ ອາເມລິກາ ກໍ່ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການຫ້າມການນຳເຂົ້າບັນດາຜະລິດຕະພັນ ພະລັງງານຈາກລັດເຊຍ. ນອກນັ້ນ ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ ກໍ່ຈຳກັດບັນດາຖ້ຽວບິນນຳໃຊ້ເຮືອບິນໂດຍບໍລິສັດ ອາເມລິກາ ຜະລິດ ແຕ່ເຈົ້າຂອງກຳມະສິດ ຫລື ຝ່າຍເຊົ່າ ແມ່ນຊາວ ເບລາຣຸດ   

ຕອບກັບ

ຂ່າວ/ບົດ​ອື່ນ