ປະທານາທິບໍດີ ອາເມລິກາ ເດັດດ່ຽວຢັ້ງຢືນການປະກາດສະພາວະສຸກເສີນລະດັບຊາດ

(VOVWORLD) - ວັນທີ 17 ກຸມພາ, ທ່ານ Stephen Miller ທີ່ປຶກສາຂັ້ນສູງທຳນຽບຂາວໃຫ້ຮູ້ວ່າ: 
ປະທານາທິບໍດີ ອາເມລິກາ ເດັດດ່ຽວຢັ້ງຢືນການປະກາດສະພາວະສຸກເສີນລະດັບຊາດ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN)

ທ່ານປະທານາທິບໍດີ ອາເມລິກາ Donald Trump ພ້ອມແລ້ວທີ່ຈະນຳໃຊ້ສິດປະຕິເສດທຳອິດໃນອາຍຸການຂອງຕົນ ຖ້າຫາກສະພາແຫ່ງຊາດປ່ອນບັດບໍ່ໃຫ້ສັດຕະຍາບັນການປະກາດສະພາວະສຸກເສີນລະດັບຊາດຢູ່ບໍລິເວນລຽບຕາມຊາຍແດນ ອາເມລິກາ ແລະ ເມັກຊີໂກ.

        ວັນທີ 15 ກຸມພາ, ທ່ານປະທານາທິບໍດີ Donald Trump ໄດ້ປະກາດສະພາວະສຸກເສີນລະດັບຊາດ ເພື່ອກໍ່ສ້າງກຳແພງຊາຍແດນລະຫວ່າງ ອາເມລິກາ ແລະ ເມັກຊີໂກ. ເລື່ອງປະກາດສະພາວະສຸກເສີນລະດັບຊາດ, ທ່ານ Donald Trump ອາດຈະສຳຜັດກັບບ້ວງງົບປະມານ 8 ຕື້ USD ຈາກບັນດາກະຊວງ, ຂະແໜງການ ເພື່ອໃຫ້ມີເງິນໃຊ້ຈ່າຍ 5,7 ຕື້ USD ໃນການຮັບໃຊ້ການກໍ່ສ້າງກຳແພງຊາຍແດນດັ່ງກ່າວຢ່າງພຽງພໍ ໂດຍບໍ່ຕ້ອງການເຖິງການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ. ການຕັດສິນຂອງທ່ານປະທານາທິບໍດີ Donald Trump ໄດ້ປະສົບກັບປະຕິກິລິຍາຢ່າງຮຸນແຮງຈາກຝ່າຍປະຊາທິປະໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ