ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸດ ພ້ອມ​ແລ້ວ​ທີ່​ຈະ​ເປັ​ນ​ຜູ້ເປັນກາງ​ໃຫ້​ແກ່​ການ​ເຈ​ລະ​ຈາ​ສ້າງ​ສັນ​ຕິ​ພາບລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ

(VOVWORLD) -  ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ຖືວ່າ ການເຈລະຈາກ່ຽວກັບ ຢູແກຼນ ໄດ້ເຂົ້າສູ່ສະພາບການຈົນຕາແຈ ແຕ່ຍັງມີກາລະໂອກາດຊອກຫາວິທີການແກ້ໄຂໄດ້
ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸດ ພ້ອມ​ແລ້ວ​ທີ່​ຈະ​ເປັ​ນ​ຜູ້ເປັນກາງ​ໃຫ້​ແກ່​ການ​ເຈ​ລະ​ຈາ​ສ້າງ​ສັນ​ຕິ​ພາບລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ - ảnh 1ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko (ພາບ: TTXVN)

ວັນທີ 6 ກໍລະກົດ, ໃນບົດກ່າວປາໄສຢູ່ Minsk, ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ປະກາດວ່າ ທ່ານພ້ອມແລ້ວທີ່ຈະເປັນຜູ້ເປັນກາງໃນການເຈລະຈາ ສ້າງສັນຕິພາບ ຢູ່ຢູແກຼນ ຖ້າ ລັດເຊຍ ແລະ ຢູແກຼນ ເຫັນວ່າມີຄວາມຈຳເປັນ.

ທ່ານ Lukashenko ຖືວ່າ ການເຈລະຈາກ່ຽວກັບ ຢູແກຼນ ໄດ້ເຂົ້າສູ່ສະພາບການຈົນຕາແຈ ແຕ່ຍັງມີກາລະໂອກາດຊອກຫາວິທີການແກ້ໄຂໄດ້. ຕາມທ່ານແລ້ວ, ການເຈລະຈາເພື່ອແນໃສ່ແກ້ໄຂການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ອາດຈະເລີ່ມຕົ້ນແຕ່ລະດູໃບໄມ້ຫຼົ່ນປີນີ້. ກໍ່ຕາມທ່ານ Lukashenko ແລ້ວ, ເອີຣົບ ກໍ່ໄດ້ກຽມພ້ອມໃຫ້ແກ່ການເຈລະຈາສ້າງສັນຕິພາບຢູ່ ຢູແກຼນ. ການນຳເບລາຣຸດ ຖືວ່າ ຈີນ ອາດຈະສວມບົດບາດສຳຄັນໃນການແກ້ໄຂບັນຫາຢູ່ຢູແກຼນ. ປັດຈຸບັນ ທັງລັດເຊຍ ແລະ ຢູແກຼນ ຍັງບໍ່ທັນຍົກອອກຄຳຄິດເຫັນຫຍັງຕໍ່ຂ່າວດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ