ປະທານາທິບໍດີYemenບໍ່ເຂົ້າຮ່ວມການເຈລະຈາສັນຕິພາບຢູ່ເຊີແນວ

ປະທານາທິບໍດີYemenບໍ່ເຂົ້າຮ່ວມການເຈລະຈາສັນຕິພາບຢູ່ເຊີແນວ - ảnh 1
ບັນ​ດາ​ມື​ປືນ​ສະ​ໜັບ​ສະ​ໜູນ​ທ່ານ Hadi ຍິງ​ລູກ​ຈະຫຼວດ​ໃສ​່​ທະ​ຫານ
ກ​ະ​ບົດ Houthi
(ພາບ: AFP/TTXVN)

(vovworld) –  ວັນ​ທີ 23/5, ໂຄ​ສົກ​ລັດ​ຖະ​ບານ Yemen Rageh Badi ປະ​ກາດ​ວ່າ: ປະ​ທາ​ນາ​ທິ​ບໍ​ດີ ປະ​ເທດນີ້​ທ່ານ Abed Rabbo Mansour Hadi ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​​ຊຶ່ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທ​ີ 28/5 ຈະ​ມາ​ເຖິງ​ຢູ່ ເຊີ​ແນວ, ປະ​ເທດ ສະ​ວິດ. ທ່ານ Badi ຊີ້​ແຈ້ງ​ສາຍ​ເຫດ​ແມ່ນ​ຍ້ອນ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດນີ້ ແລະ ທະ​ຫານ​ກະ​ບົດ Houthi ບໍ່​ຕອບ​ສະ​ໜອງ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ຂອງ​ລັດ​ຖະ​ບານ Yemen ແມ່ນ​ຖອນ​ອອກ​ຈາກ​ບັນ​ດາ​ເທດ​ສະ​ບານ ແລະ ນະ​ຄອນ​ພວມ​ຢືດ​ຄອງ - ໃນ​ນັ້ນ​ມີ​ນະ​ຄອນຫຼວງ Sanaa. ໃນ​ຈົດ​ໝາ​ຍ​ສະ​ບັບ​ໜຶ່ງ​ຝາກ​ເຖິງ​ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Hadi ໄດ້​ຢັ້ງ​ຢືນ​ຄືນ​ໃໝ່​ເງື່ອນ​ໄຂ​ນີ້​ເມື່ອ​ຮ​ຽກ​ຮ້ອງ​ເລື່ອງ​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ ມະ​ຕິ 2216 ຂອງ​ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ໃນ​ນັ້ນ​ຮຽກ​ຮ້ອງ​ໃຫ້​ທະ​ຫານ​ກະ​ບົດ Houthi ຖອນ​ອອກ​ຈາ​ກ​ບັນ​ດາ​ເຂດ​ດິນ​ແດນ​ພວມ​ຢືດ​ຄອງ ແລະ ມອບ​ສົ່ງ​ອາ​ວຸດ​ທີ່​ເອົາ​ມາຈາກກອງ​ທັບ ແລະ ບັນ​ດາ​ສຳ​ນັກ​ງານອ​ຳ​ນາດ​ການ​ປົ​ກ​ຄອງ​ອື່ນໆ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ