ປະທານາທິບໍດີຊົ່ວຄາວ ຂອງອີຍີບ ໃຫ້ຄຳໝັ້ນ ສັນຍາກ່ຽວກັບເສັ້ນທາງ ການເມືອງ

ປະທານາທິບໍດີຊົ່ວຄາວ ຂອງອີຍີບ ໃຫ້ຄຳໝັ້ນ ສັນຍາກ່ຽວກັບເສັ້ນທາງ ການເມືອງ - ảnh 1
ທ່ານ​ປະທານາທິບໍດີ​ຊົ່ວຄາວ​ອີ​ຍີບ Adly Mansour
(ພາບ: BBC)


(vovworld) - ວັນ​ທີ 03 ກັນຍາ, ທ່ານ​ປະທານາທິບໍດີ​ຊົ່ວຄາວ​ອີ​ຍີບ Adly Mansour ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ຢືດໝັ້ນ​ປະຕິບັດແຜນການ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃນ​ປີ 2014 ​ແລະ ຫວັງ​ວ່າ​ຈະ​ຍົກ​ເລີກຄຳ​ສັ່ງ​ສະພາວະ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ​ໃນ​ກາງ​​ເດືອນ ກັນຍາ. ກ່າວ​ຄຳ​ເຫັນ​​ໃນ​ບົດ​ໃຫ້ສຳພາດທາງ​ໂທລະພາບ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດ​​ນັບ​ແຕ່​ເວລາ​ທ່ານ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​​ເປັນ​ປະທານາທິບໍດີ​ຊົ່ວຄາວ​ອີ​ຍີບ, ທ່ານ Mansour ​ໃຫ້​ຮູ້​ວ່າ, ​ການ​ປະຕິບັດ​​ເສັ້ນທາງ​ຂ້າມ​ຜ່ານ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ລັດຖະບານ​ອີ​ຍີບ ​ໃນ​ປະຈຸ​ບັນ. ​ເມື່ອ​ເຕື້ອງ​ເຖິງ​ການ​ເລືອກ​ຕັ້ງ ​​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ກາງ​ປີ 2014, ທ່ານ Mansour ​ໃຫ້​ຮູ້​ວ່າ ລັດຖະບານ​ຊົ່ວຄາວ​ອີ​ຍີບ ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ປະຕິບັດ​ແຜນ​ການ​ການ​ເມືອງ​ໃນ​ຈຸດ​ເວລາ​ທີ່​ເໝາະ​ສົມ ພາຍຫຼັງ​ການ​ຢັງ​ຫາງ​ສຽງ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ. ນອກຈາກ​ນັ້ນ, ທ່ານ Mansour ​ເນັ້ນ​ໜັກ​ວ່າ ອີ​ຍີບ ພວມ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ, ​ໃນ​ນັ້ນ​ມີ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ. ລັດຖະບານ​ພວມ​ພິຈາລະນາ​ຄືນ​ບາງ​ແຜ​ນການ​ຟື້ນ​ຟູ​ເສດຖະກິດ, ​ເຊິ່ງຖືກ​​ເສຍ​ຫາຍ​ຢ່າງ​ໜັກໜ່ວງ ພາຍຫຼັງ​​ເກີດ​ສະພາບ​ຂາດສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ຂ່າວ/ບົດ​ອື່ນ