ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ: ຂໍ້​ຕົກ​ລົງ​ຊື້ S-400 ສຳ​ເລັດ​ແລ້ວ.

(VOVWORLD) -ສັນຍາກ່ຽວກັບການຊື້ລະບົບລູກສອນໄຟປ້ອງກັນອາກາດທັນສະໄໝ ຂອງລັດເຊຍ S-400 ໄດ້ສຳເລັດແລ້ວ.
ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ: ຂໍ້​ຕົກ​ລົງ​ຊື້ S-400 ສຳ​ເລັດ​ແລ້ວ. - ảnh 1 ພາບປະກອບ

     ນັ້ນແມ່ນຄຳຢືນຢັນຂອງປະທານາທິບໍດີຕວກກີ Tayyip Erdogan ໃນ ວັນທີ 12 ມິຖຸນາ, ໃນສະພາບການທີ່ອາເມລິກາ ສືບຕໍ່ເພີ່ມທະວີການນາບຂູ່ລົງໂທດຕວກກີ ກ່ຽວກັບການພົວພັນດ້ານການຄ້ານີ້. ກ່າວຄຳເຫັນໃນເຫດການ 1 ຂອງພັກຍຸດຕິທຳ ແລະ ພັດທະນາ (AKP)  ກຳອຳນາດ ຢູ່ນະຄອນຫຼວງ Ankara, ປະທານາທິບໍດີຕວກກີ Tayyip Erdogan ໄດ້ເວົ້າວ່າ “ຂໍ້ຕົກລົງດັ່ງກ່າວໄດ້ສຳເລັດໝົດແລ້ວ”.

     ຄາດວ່າ ລະບົບດັ່ງກ່າວຈະຖືກຖ່າຍຖອດໃຫ້ຕວກກີ ໃນເດືອນກໍລະກົດຈະມາເຖິງ. ປະທານາທິບໍດີຕວກກີ Tayyip Erdogan ໃຫ້ຮູ້ວ່າ ທ່ານຈະແລກປ່ຽນຜ່ານທາງໂທລະສັບກັບປະທານາທິບໍດີອາເມລິກາ Donald Trump ກ່ຽວກັບບັນຫານີ້ກ່ອນກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20) ໃນທ້າຍເດືອນມິຖຸນານີ້ຢູ່ຍີ່ປຸ່ນ ກ່ອນທີ່ການນຳສອງທ່ານມີການປຶກສາຫາລືໂດຍກົງຢູ່ນອກກອງປະຊຸມ G20. ຜ່ານນັ້ນ, ປະທານາທິບໍດີຕວກກີ Tayyip Erdogan ຢາກນຳການພົວພັນລະຫວ່າງຕວກກີ ກັບອາເມລິກາ ກັບຄືນສູ່ “ສະພາບການໃນເບື້ອງຕົ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ