ປະທານາທິບໍດີຝລັ່ງ Francois Hollande ຮຽກຮ້ອງປົກປ້ອງສະກຸນເງິນເອີໂລ

ປະທານາທິບໍດີຝລັ່ງ Francois Hollande ຮຽກຮ້ອງປົກປ້ອງສະກຸນເງິນເອີໂລ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 05/02, ທ່ານປະທານາທິບໍດີ​ຝລັ່ງ Francois Hollande ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ໃຊ້​ສະກຸນ​ເງິນ​ເອີ​ໂລ (Eurozone) ຜັນ​ຂະຫຍາຍ​ນະ​ໂຍບາຍ​ຕະຫຼາດ​ແລກປ່ຽນເງິນຕາ​ ​ເພື່ອ​ແນ​ໃສ່​ປົກປ້ອງສະກຸນ​ເງິນ​ລວມຂອງ​ພາກ​ພື້ນ ຕໍ່ໜ້າ​ບັນດາ​ການ​ຜັນ​​ແປທີ່​ຜິດ​ປົກກະຕິ. ທ່ານ Hollande ​ຍົກ​ອອກ​ຄຳ​ຮຽກຮ້ອງ​ດັ່ງກ່າວ ​ໃນ​ຂະນະ​ທີ່​ນັບ​ມື້​ນັບ​ມີເຈົ້າ​ໜ້າ​ທີ່​ຫຼາຍ​ທ່ານໃນ​ລັດຖະບານ​ຝລັ່ງ ວິຕົກ​ກັງວົນ​ວ່າ ສະກຸນ​ເງິນ​ເອີ​ໂລ​ແຂງ​ຄ່າ​ເກີນ​ໄປ, ​ເພາະສະ​ນັ້ນອາດ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ສົ່ງ​ອອກ ​ແລະ ການ​ເຕີບ​ໂຕ​ດ້ານ​ເສດຖະກິດໃນ​ພາກ​ພື້ນ. ​ໃນ​ບົດ​ກ່າ​ວປາໄສ​ທຳ​ອິດ​ໃນ​ຖານະ​ເປັນ​ປະທານາທິບໍດີ​ຕໍ່ລັດຖະສະພາ​ເອີ​ລົບ, ທ່ານ Hollande ຢືນຢັນ​ວ່າ ບັນດາ​ການ​ປະຕິ​ຮູບ​ກ່ຽວ​ກັບ​ຄວາມ​ສາມາດ​ແກ່ງ​ແຍ້​ງ ​ເຊິ່ງຫຼາຍ​ປະ​ເທດ​ໃນ Eurozone ພວມ​ປະຕິບັດມີ​ໄພ​ຖືກ​ລົ້ມ​ລະລາຍ​ຍ້ອນ​ອັດຕາ​ແລກ​ປ່ຽນ​ລະຫວ່າງ​ເງິນ​ເອີ​ໂລ ​ແລະ USD ​ໃນ​ປະ​ຈຸ​ບັນ​ຜິດ​ດຽງ​ຫຼາຍດ້ວຍ​ 1,35 ​ເອີ​​ໂລ ຕໍ່ 1 USD. ທ່ານ​ໄດ້​ຖື​ວ່າ​ພາກ​ພື້ນ​ນີ້ ພວມ​ເຮັດ​ໃຫ້​​ເງິນ​ເອ​ໂລ ຖືກ​ຜົນກະທົບ​ຢ່າງ​ງ່າຍດາຍ​ຈາກ​ບັນດາ​ການ​ຜັນ​ແປ​ທີ່​ຜິດ​ປົກກະຕິ, ​ເພາະສະ​ນັ້ນ ຕ້ອງ​ມີ​ນະ​ໂຍບາຍ​ກ່ຽວ​ກັບ​ອັດຕາ​ແລກປ່ຽນ ​ເພື່ອ​ຫີຼກລ້ຽງການ​ຂຶ້ນ​ກັບ​ສະກຸນ​ເງິນ​ທີ່​ມີອັດຕາ​ແລກປ່ຽນ​ບໍ່​ເໝາະ​ສົມ​ກັບ​ສະພາບ​ເສດຖະກິດ​ຂອງປະ​ເທດ​ຕົນ.
ຂ່າວ/ບົດ​ອື່ນ