ປະທານາທິບໍດີຝະລັ່ງຢ້ຽມຢາມອີຢິບຢ່າງເປັນທາງການ

ປະທານາທິບໍດີຝະລັ່ງຢ້ຽມຢາມອີຢິບຢ່າງເປັນທາງການ - ảnh 1
ທ່ານ​ປະທານາທິບໍດີ ຝະລັ່ງ Francois Hollande
(ພາບ:AP)

(vovworld) - ໃນ​ຂອບ​ເຂດການ​ຢ້ຽມຢາມ 3 ປະ​ເທດ​ຕາ​ເວັນ​ອອກກາງ, ວັນ​ທີ 17/04, ທ່ານ​ປະທານາທິບໍດີ ຝະລັ່ງ Francois Hollande ​ໄດ້​ໄປຮອດ ອີ​ຢິບ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​​ເປັນ​ທາງ​ການ​ທີ່​ແກ່​ຍາວ​​ໃນ​ເວລາ 2 ວັນ. ຮ່ວມ​ເດີນທາງ​ພ້ອມກັບ​ທ່ານ​ປະທາ​ນາ​ທິບໍດີ ຝະລັ​່ງ  Hollande ມີ​ວິ​ສາ​ຫະກິດ​ ​ແລະ ກຸ່ມ​ບໍລິສັດ​ແຖວ​ໜ້າກ່ວາ 60 ​ແຫ່ງຂອງ​ປະ​ເທດ​ນີ້. ຄາດ​ຄະ​ເນ​ວ່າ ​ເນື່ອງ​ໃນ​ໂອກາດ​ນີ້ ຝະລັ່ງ ​ແລະ ອີ​ຢິບ ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ເສດຖະກິດ 2 ຝ່າຍ​ຫລາຍ​ສະບັບ. ທ່ານ​ປະທານາທິບໍດີ ອີ​ຢິບ Abdel Fattah El – Sisi ​ແລະ ຄູ່​ຕຳ​ແໜ່​ງ ຝະລັ່ງ Hollande ຈະ​ລົງ​ນາມ​ໃນ​ບັນດາ​ຂໍ້​ຕົກລົງ​ຊ່ວຍ​ຈຳ ​ແລະ ບັນດາ​ໂຄງການ​ໃນ​ບາງ​ຂົງ​ເຂດ​ລວມມີ: ​ໄຟຟ້າ, ພະລັງງານ​ຜະ​ລິດ​ຄືນ​ໃໝ່…ຄຽງ​ຂ້າງ​ນັ້ນ, ການ​ນຳ 2 ທ່ານ​ກໍ​ຈະ​ປຶກສາ​ຫາລື​ບາງ​ບັນ​ຫາ​ໃນ​ພາກ​ພື້ນ​ຄື: ວິ​ກິດ​ການ​ຢູ່ ຊີຣີ, ລີ​ບີ ​ແລະ ​ເຢແມນ ​ແລະ ຂໍ້​ລິ​ເລີ່​ມຂອງ ຝະລັ່ງ ​​ແນ​ໃສ່ຟື້ນ​ຟູ​ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ລະຫວ່າງ ອິດສະ​ລາ​ແອນ ​ແລະ ປາ​ແລັດ​ສະຕີ​ນ.

ຂ່າວ/ບົດ​ອື່ນ