ປະທານາທິບໍດີຢູແກຼນ ປະຕິເສດການເຈລະຈາສັນຕິພາບກັບ ລັດເຊຍ

(VOVWORLD) - ໃຫ້ຄຳວິຈານກ່ຽວກັບຖະແຫຼງການຂອງຜູ້ບັນຊາການໃຫຍ່ ຢູແກຼນ ທ່ານ Valerii Zaluzhnyi ເມື່ອຖືສະພາບການຢູ່ສະໜາມຮົບແມ່ນ “ບໍ່ມີທາງອອກ”
ປະທານາທິບໍດີຢູແກຼນ ປະຕິເສດການເຈລະຈາສັນຕິພາບກັບ ລັດເຊຍ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky 
(ພາບ: Getty)

ວັນທີ 4 ພະຈິກ, ໃນການປະຊຸມຖະແຫຼງຂ່າວຢູ່ ກີແອບ ກັບທ່ານ ປະທານຄະນະກຳມະການເອີລົບ Ursula von der Leyen, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຍົກເລີກກໍລະນີດຳເນີນການເຈລະຈາສັນຕິພາບ ກັບລັດເຊຍ. ທ່ານປະທານາທິບໍດີ ຢູແກຼນ ປະຕິເສດຂໍ້ມູນຂ່າວ ທີ່ຖືວ່າ ບັນດາປະເທດຝ່າຍຕາເວັນຕົກພວມກໍ່ຄວາມກົດດັນ ບັງຄັບໃຫ້ທ່ານຕ້ອງເລີ່ມດຳເນີນການເຈລະຈາກັບ ລັດເຊຍ.
            ໃຫ້ຄຳວິຈານກ່ຽວກັບຖະແຫຼງການຂອງຜູ້ບັນຊາການໃຫຍ່ ຢູແກຼນ ທ່ານ Valerii Zaluzhnyi ເມື່ອຖືສະພາບການຢູ່ສະໜາມຮົບແມ່ນ “ບໍ່ມີທາງອອກ”, ທ່ານ Zelensky ໃຫ້ຮູ້ວ່າ ກີແອບ ເຄີຍຕ້ອງປະເຊີນໜ້າກັບບັນດາເງື່ອນໄຂຍັງຫຍຸ້ງຍາກກ່ວາອີກ, ພິເສດແມ່ນຈຸດເວລາເລີ່ມເກີດການປະທະກັນ. ທ່ານເນັ້ນໜັກວ່າ, ບັນຫາຫຼັກແຫຼ່ງໃນປະຈຸບັນແມ່ນເລື່ອງ ລັດເຊຍ ຄວບຄຸມເຂດນ່ານຟ້າ ແລະ ມາດຕະການແກ້ໄຂບັນຫານີ້ແມ່ນ ສະໜອງເຮືອບິນສູ້ຮົບ F-16 ໃຫ້ ກີແອບ.

          ທ່ານປະທານາທິບໍດີ Zelensky ກໍ່ຍອມຮັບວ່າ ການປະທະກັນຢູ່ ຕາເວັນອອກກາງ ເຮັດໃຫ້ຄວາມສົນໃຈຂອງປະຊາຄົມສາກົນຕໍ່ຢູແກຼນ ຫລຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ