ປະທານາທິບໍດີລັດເຊຍ Vladimir Putin ຢືນຢັນ ພ້ອມແລ້ວແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີຂອງ ຢູກະແຣນ

ປະທານາທິບໍດີລັດເຊຍ Vladimir Putin ຢືນຢັນ ພ້ອມແລ້ວແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີຂອງ ຢູກະແຣນ - ảnh 1
ປະທານາ​ທິບໍດີລັດ​ເຊຍ Vladimir Putin ຕອບສຳພາດນັກຂ່າວ ຜ່ານເຄືອຂ່າຍອິນເຕີເນັດ
( ພາບ :RIA Novosti)

(vovworld)- ​ໃນ​ການ​ແລກປ່ຽນ​ທາງ​ເຄືອ​ຂ່າຍ ອີນ​ເຕີ​ແນັດ ທີ່​ແກ່ຍາວ​ເປັນ​ເວລາ​​ເກືອບ 4 ຊົ່ວ​ໂມງ​ເມື່ອ​ຕອນ​ບ່າຍ​ວັນ​ທີ 17/4 ( ຕາມ​ເວລາ​ຫວຽດນາມ ) , ປະທານາ​ທິບໍດີລັດ​ເຊຍ Vladimir Putin ຖະ​ແຫຼ​ງວ່າ ລັດ​ເຊຍ​ໄດ້ ​ແລະ ຍາມ​ໃດ​ກໍ​ຮຽງ​ບ່າ​ຮຽງ​ໄຫຼ່ກັບ ຢູກະ​ແຣນ ​ແລະ ​ເຖິງ​ວ່າ​ອຳນາດ​ການ​ປົກຄອງ​ປະຈຸ​ບັນ​ຢູ່​ປະ​ເທດ​ນີ້ ​ແມ່ນ​ຜິ​ດກົດໝາຍ, ​ແຕ່​ມົດ​ສະ​ກູບໍ່​ປະຕິ​ເສດພົບ​ປະ​ກັບ​ບໍ່​ວ່າ​ນັກ​ການ​ເມືອງ​ຄົນ​ໃດ.

    ປະທານາ​ທິບໍດີລັດ​ເຊຍ Vladimir Putin ຢືນຢັນ​ວ່າ ປະ​ເທດ​ນີ້​ພ້ອມ​ແລ້ວ​ທີ່​ຈະ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ​ແລະ ​ເປ​ປັນ​ອ້າຍ​ນ້ອງ​ທີ່​ໃກ້ຊິດ​ສະໜິດສະໜົມ​ເພື່ອ​ຊ່ວຍ​ບັນດາ​ແຂວງ​ຂອງ ຢູກະ​ແຣນ ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ. ກ່ຽວ​ກັບ​ວິ​ກິດ​ການ​ຢູ່ ຢູກະ​ແຣນ​ໃນ​ປະຈຸ​ບັນ, ປະທານາ​ທິບໍດີລັດ​ເຊຍ Vladimir Putin ຖື​ວ່າ ວິທີ​ການ​ແກ້​ໄຂ​ບໍ່​ແມ່ນ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ​ຕັດສິນ, ຫາກ​ແມ່ນ​ລະຫວ່າງ​ບັນດາ​ກຳລັງ​ການ​ເມືອງ​ຢູ່​ປະ​ເທດ​ນີ້. ປະທານາ​ທິບໍດີລັດ​ເຊຍ Vladimir Putin ປາດ​ຖະໜາ​ວ່າ ຈະ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ເພື່ອ​ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳໃຫ້​ແກ່​ປະຊາຊົນ​ຢູ່​ແຫ່ງ​ນີ້.

    

ຂ່າວ/ບົດ​ອື່ນ