ປະທານາທິບໍດີລັດເຊຍ V.Putinຢືນຢັ້ນລັດເຊຍສືບຕໍ່ລະດັບການເຕີບໂຕເສດຖະກິດ

ປະທານາທິບໍດີລັດເຊຍ V.Putinຢືນຢັ້ນລັດເຊຍສືບຕໍ່ລະດັບການເຕີບໂຕເສດຖະກິດ - ảnh 1
ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin
(ພາບ: vtv.vn)

 (vovworld) – ຕອນ​ບ່າຍ​ວັນ​ທີ 18/12, ຢູ່​ມົດ​ສະ​ກູ, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ຕອບ​ຄຳຖາມ​ໃນ​ການ​ປະຊຸມ​ຂ່າວ​ປະຈຳ​ປີ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ປະມານ 1200 ຄົນ. ຢູ່​ທີ່​ນີ້, ທ່ານ Putin ຢືນຢັນ​ວ່າ, ​ເລື່ອງ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ ​ແລະ ​ເລື່ອງ ລັດ​ເຊຍ​ ສືບ​ຕໍ່​​ເຕີບ​ໂຕ​ເສດຖະກິດ​​ແມ່ນ​ບັນຫາ​ທີ່​ຈຳ​ເປັນ, ​ເຖິງ​ວ່າ​ລະດັບ​ເຕີບ​ໂຕ​ຈະ​ຊັກ​ຊ້າ​ໄວ້.

          ກ່ຽວ​ກັບ​ດ້ານ​ເງິນຕາ, ທ່ານ Putin ຖື​ວ່າ, ທະນາຄານ​ສູນ​ກາງ ​ລັດ​ເຊຍ ​ໄດ້​ມີ​ບັນດາ​ມາດ​ຕະການ​ທີ່​ເໝາະ​ສົມ, ​ເຖິງ​ວ່າ​ຍັງ​ມີ​ບາງ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ກໍ່ຕາມ. ຕາມທ່ານ​ແລ້ວ, ວິ​ກິດ​ການ​ເສດຖະກິດ​ໃນ​ປະຈຸ​ບັນ​ອາດ​ຈະ​ແກ່ຍາວ​ໃນ​ໄລ​ຍະ 2 ປີ​ອີກ, ​ແຕ່​ເສດຖະກິດ​ ລັດ​ເຊຍ ​ສາມາດ​ຈະ​ຟື້ນ​ຕົວ​ໄວ​ກວ່າ, ຖ້າ​ຫາກ​ບັນດາ​ປັດ​ໃຈ​ຢູ່​ນອກ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ.

         ເມື່ອ​ເຕື້ອງ​ເຖິງ​ການ​ພົວພັນ​ຕ່າງປະ​ເທດ, ທ່ານ​ປະທານາທິບໍດີ Putin ຊີ້​ແຈ້ງ​ທັດສະນະ​ຂັນ​ແຂງ​ຂອງ​ລັດ​ເຊຍ​ວ່າ, ​ໃນ​ສະພາບ​ວິ​ກິດ​ການ​ເສດຖະກິດ​ນັ້ນ​, ຕ້ອງ​ຍົກ​ອອກ​ສັນຍານ​​ສ້າງ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ລວມໃຫ້​ບັນດາ​ຄູ່​ຮ່ວມ​ມື.

         ​ເມື່ອ​ເຕື້ອງ​ເຖິງ​ສະພາບ ຢູ​ແກຼນຕາ​ເວັນ​ອອກ, ປະທານາທິບໍດີ Putin ຢືນຢັນ​ວ່າ, ຢູ່​ກີ​ແອບ ​ໄດ້​​ເກີດ​ສະພາບ​ລັດຖະປະຫານ. ຕາມ​ທ່ານ​ແລ້ວ, ການ​ກະທຳ​ຄື​ດັ່ງກ່າວ​ແມ່ນ​ເຮັດ​ໃຫ້​ປະຊາຊົນຢູ​ແກຼນ​ບໍ່​ມີ​ອະນາຄົດ, ​ແລະ ລັດ​ເຊຍ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຄົນ​ກາງ​ໄກ່​ເກ່ຍ ​ເພື່ອ​ຟື້ນ​ຟູ​ສັນຕິພາບ​ຢູ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.



ຂ່າວ/ບົດ​ອື່ນ