ປະທານາທິບໍດີລັດເຊຍ ກ່າວປະນາມອາເມລິກາ ທຳລາຍຄວາມເປັນ ລະບຽບຮຽບຮ້ອຍໂລກ


ປະທານາທິບໍດີລັດເຊຍ ກ່າວປະນາມອາເມລິກາ ທຳລາຍຄວາມເປັນ ລະບຽບຮຽບຮ້ອຍໂລກ - ảnh 1

 (ພາບ: Reuters)

 (vovworld)- ​ ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂອງ​ສະ​ໂມ​ສອນ Valdai ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນ​ໂຊ​ຈີ-ປະ​ເທດ​ລັດ​ເຊຍ ​ເມື່ອວັນ​ທີ 24/10, ທ່ານ​ປະທານາທິບໍ​ລັດ​ເຊຍ V.Putin ​ໄດ້​ກ່າວ​ປະນາມ​ອາມ​ເລິ​ກາ ​ວ່າ ​ໄດ້​ເຮັດ​ໃຫ້​ໂລກ​ເກີດ​ເຂດ​ອັນ​ຕະລາຍ​ຫຼາຍ​ແຫ່ງ​ກ່ວາ ຍ້ອນ​ວໍ​ຊິງ​ຕັນ ​ໄດ້​ຈັດການ “ບັງຄັບ​ພຽງ​ລຳພັງ​ຝ່າຍ​ດຽວ“ ​ໃນ​ການ​ເຈລະຈາ​ສາກົນ. ທ່ານ​​ເນັ້ນຫນັກ​ວ່າ, ​ເລື່ອງ​ອາ​ເມ​ລິ​ກາ ​ແລະ ອີ​ຢູ ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດລັດ​ເຊຍ ​ແມ່ນ​ຜິດພາດ ​ແລະ ຢັ້ງຢືນ​ວ່າ​ມົດ​ສະ​ກູ​ຈະ​ບໍ່​ຍອມ​ຄື​ແນວ​ນັ້ນ. ນອກຈາກ​ນັ້ນ, ທ່ານ​ປະທານາທິບໍ​ລັດ​ເຊຍ V.Putin ຍັງຮຽກຮ້ອງ​ການ​ເຈລະ​ຈາ​ກ່ຽວ​ກັບ​ບັນດາ​ເງື່ອນ​ໄຂ​ຂື່​ງປະຊາ​ຄົມ​ໂລກ​ສາມາດ​ຮັບ​ຮູ້​ໄດ້​ສຳລັບ​ການ​ນຳ​ໃຊ້​ກຳລັງ​ອາວຸດ, ພ້ອມ​ທັງ​ຕຳ​ນິຕິ​ຕຽນ​ເລື່ອງ​ທີ່​ທ່ານ​ຖືວ່າ ​ແມ່ນ​ການ​ແຊກ​ແຊງ​ຂອງ​ຕ່າງປະ​ເທດ​ເຂົ້າ​ໃນ​ບັນດາ​ບັນ​ບັນຫາ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ./.

ຂ່າວ/ບົດ​ອື່ນ