ປະທານາທິບໍດີລັດເຊຍ ຢືນຢັນວ່າລັດເຊຍ ບໍ່ຖືກຕົກຢູ່ໂດດດຽວ


ປະທານາທິບໍດີລັດເຊຍ ຢືນຢັນວ່າລັດເຊຍ ບໍ່ຖືກຕົກຢູ່ໂດດດຽວ - ảnh 1

(ພາບ: AFP - TTXVN)

 (vovworld)-​ ວັນ​ທີ 23/11, ​ທ່ານປະທານາທິບໍດີ​ລັດ​ເຊຍ V.Putin ຢືນຢັນ​ວ່າ: ມົດ​ສະ​ກູ​ ບໍ່​ເຄີຍ​ ​ແລະ ຈະ​ບໍ່ຖຶກຕົກ​ຢູ່​ໂດດດ່ຽວບົນ​ເວທີ​ສາກົນ. ພ້ອມ​ກັນນັ້ນ, ທ່ານປະທານາທິບໍດີ​ລັດ​ເຊຍ V.Putin ປະຕິ​ເສດ​ໄພ​ອັນຕະລາຍ​ກ່ຽວ​ກັບ “ຜົນ​ຮ້າຍ​ຢ້ອນ​ຫຼັງ​ທີ່​ຮ້າຍ​ແຮງ“ ສຳລັບ​ພື້ນຖານ​ເສດຖະກິດ​ລັດ​ເຊຍ ​ຍ້ອນ​ມາດ​ຕະການ​ລົງ​ໂທດ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ບວດ​ກັບ​ເລື່ອງ​ລາຄາ​ນ້ຳມັນ​ຫລຸດ​ລົງ ​ແລະ ສະກຸນ​ເງິນ ຣຸບ ຕົກ​ລາຄາ. ກ່ອນ​ໜ້ານັ້ນ, ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​ກ່າວ​ເຕືອນ​ວ່າ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຊອກ​ຫາ​ວິທີ​ປ່ຽນ​ແປງ​ລະບອບ​ຢູ່​ມົດ​ສະ​ກູ ຜ່ານ​ບັນດາ​ມາດ​ຕະການ​ລົງ​ໂທດ​ກ່ຽວຂ້ອງ​ເຖິງ​ບັນຫາ​ຢູ​ແກຼນ ຊື່​ງສຸມ​ໃສ່​ບັນດາ​ຂົງ​ເຂດ​ຕົ້ນຕໍ​ຊອງ​ລັດ​ເຊຍ​ຄື: ພະລັງງານ, ການ​ປ້ອງ​ກັນຊາ​ດ ​ແລະ ການ​ເງິນ, ​ເຮັດ​ໃຫ້​ເສດຖະກິດ​ລັດ​ເຊຍ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແລະ ສະກຸນ​ເງິນຣຸບ ຖືກ​ຕົກ​ລາຄາ​ຢ່າງ​ຕໍ່​ເນື່ອງ./.

ຂ່າວ/ບົດ​ອື່ນ