ປະທານາທິບໍດີລັດເຊຍVladimir Putin ສິ້ນສຸດການຢ້ຽມຢາມຫວຽດນາມ

ປະທານາທິບໍດີລັດເຊຍVladimir Putin ສິ້ນສຸດການຢ້ຽມຢາມຫວຽດນາມ - ảnh 1
ອະນຸຊົນ ຮ່າໂນ້ຍ ມອບດອກໄມ້ໃຫ້ທ່ານ Vladimir Putin.
(ພາບ: Nguyễn Khang/TTXVN)


(vovworld) – ຕອນ​ຄຳ່​ວັນ​ທີ 12/11, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ​ເດີ​ນທາງ​ອອກ​ຈາກ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ​

        ກ່ອນ​ທີ່​ເດີນທາງ​ອອກ​ຈາກ ຫວຽດນາມ, ທ່ານ​ປະທານາທິບໍດີ Vladimir Putin  ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ “ຊຸມ​ວັນ​ວັດທະນະທຳ ລັດ​ເຊຍ ຢູ່​ຫວຽ​ດນາມ ປີ 2013” ຖືກ​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 12/11 ຢູ່​ໂຮງ​ລະຄອນ​​ໃຫຍ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ:

        “ຊຸມ​ວັນ​ວັດທະນະທຳ ລັດ​ເຊຍ ຢູ່ ຫວຽດນາມ ​ໄດ້​ຮັບ​ການຈັດ​ຕັ້ງ​ກົງ​ກັບ​ໂອກາດ​ທ່ານ​ປະທານາທິບໍດີ ສະຫະພັນ ລັດ​ເຊຍ Vladimir Putin ຢ້ຽມຢາມ ຫວຽດນາມ, ​ແມ່ນ​ເຫດການ​ມີ​ຄວາ​ມໝາຍ​ສຳຄັນ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ 2 ປະ​ເທດ ຫວຽດນາມ - ລັດ​ເຊຍ ​ແລະ ຄວາມ​ສາມັກ​ຄີ, ມິດຕະພາບ​ອັນ​ຍາວ​ນານ​ລະຫວ່າງ 2 ຊາດ.

        ສ່ວນ​ທ່ານ​ປະທານາທິບໍດີ Vladimir Putin  ​ເຊື່ອ​ໝັ້ນ​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ຊຸມ​ວັນ​ວັດທະນະທຳ​ນີ້​ຈະປະກອບສ່ວນ​ປັບປຸງ​ສາຍ​ພົວພັນ 2 ຝ່າຍ ຄູ່​ຮ່ວ​​ມມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ ສະຫະພັນ ລັດ​ເຊຍ - ຫວຽດນາມ. ລັດ​ເຊຍ ​ເຊື່ອໝັ້ນ​ວ່າ: ຊຸມ​ວັນ​ວັດທະນະທຳ ຫວຽດນາມ ຢູ່ ລັດ​ເຊຍ ​ໃນ​ປີ 2014 ຈະ​ບັນລຸ​ຜົນ​ສຳ​ເລັດ.

        ​ກ່ອນ​ໜ້າ​ນັ້ນ, 2 ປະ​ເທດ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ. ​​ໃນ​ນັ້ນ 2 ຝ່າຍ​ໄດ​້​ຢືນຢັນ​ເຖິງ ລັກສະນະ​ຖືກຕ້ອງ​ຂອງ​ກາ​ນຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສະຫະພັນ ລັດ​ເຊຍ ຂຶ້ນ​ເຖິງ​ລະດັບ​ຮອບດ້ານ, ​ເປີດ​ບັນດາ​ກາລະ​ໂອກາດ​ໃໝ່​ກ່ຽວ​ກັບ​ຄຸນ​ນະພາ​ບ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜ​ົນປະ​ໂຫຍ​ດ​ໃນ​ຫຼາຍ​ຂົງ​ເຂດ. 2 ຝ່າຍ​ຢັ້ງຢືນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ຫຼວດຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ດ​ໃນ​ເຂດ​ໄຫຼ່​ທະວີບ ຫວຽດນາມ ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ. 2 ຝ່າຍ​ຕີ​ລາຄາ​ສູງຂໍ້​ຕົກລົງ​ສ້າງ​ຕັ້ງ​ກົນ​ໄກ​ສົນທະນາ​ຍຸດ​ທະ​ສາດ​ຂັ້ນ​ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ. ຕີ​ລາຄາ​ສູງ​ເລື່ອງ​ໃຫ້​ສັດຕະຍາບັນ​ສັນຍາ​ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ລັດຖະບານ ສະຫະພັນ ລັດ​ເຊຍ ກ່ຽວ​ກັບ​ເລື່ອງ​ພົນ​ລະ​ເມືອງ 2 ປະ​ເທດ​ເຮັດ​ວຽກ​ໃນ​ຜືນ​ແຜ່ນດິນ​ຂອງ​ກັນ, ສ້າງ​ເງື່ອ​ນ​ໄຂ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແຮງ​ງານ​ລະ​ຫວ່າງ 2 ປະ​ເທດ.

        2 ຝ່າຍ​ຢັ້ງຢືນ​​ຢາກ​ປັບປຸງ​ລັດທິ​ຫຼາຍ​ຝ່າຍ​ທາງ​ດ້ານ​ການ​ເມືອງ​ໂລກ, ປະຕິບັດ​ບັນດາ​ຫຼັກການ​ຂອງ​ກົດ​ບັດ ສປຊ ຢ່າງ​ເຂັ້ມ​ງວດ. 2 ຝ່າຍ​ສະໜັບສະໜູນ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ສາກົນ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍ​ທົ່ວ​ໂລກ​ຄື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສະພາວະ​ສຸກ​ເສີນ, ​ໄພພິບັດ​ທຳ​ມະ​ຊາດ, ຄຸ້ມ​ຄອງ​ແຫຼ່ງນ້ຳ​ແບບ​ຍືນ​ຍົງ. ບົນ​ຈິດ​ໃຈ​ນັ້ນ, 2 ຝ່າຍ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ຂົງ​ເຂດ​ນີ້ ທັງ 2 ຝ່າ​ຍກໍ່​ຄື​ບັນດາ​ເວທີ​ປາ​ໄສ, ອົງການ​ຈັດ​ຕັ້ງ​ສາກົນ, ພາກ​ພື້ນ​ເຊິ່ງທັງ 2 ຝ່າຍ​​ເປັນ​ສະມາຊິກ.

        2 ຝ່າ​ຍ​ໄດ້​ເຊັນ​ເອກ​ະສານຮ່ວມ​ມື​ 17 ສະບັບໃນ​ບັນດາ​ຂົ​ງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ເງິນ, ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ນຳ້ມັນ​ອາຍ​ແກ​ດ, ສາທາລະນະ​ສຸກ ​ແລະ ການ​ສຶກສາ.

ຂ່າວ/ບົດ​ອື່ນ