ປະທານາທິບໍດີລັດເຊຍຕີລາຄາສູງໝາກຜົນເບື້ອງຕົ້ນຂອງການບຸກໂຈມຕີISຢູ່ຊີຣີ

ປະທານາທິບໍດີລັດເຊຍຕີລາຄາສູງໝາກຜົນເບື້ອງຕົ້ນຂອງການບຸກໂຈມຕີISຢູ່ຊີຣີ - ảnh 1
(ພາບປະກອບ: Telegraph)

(vovworld) – ວັນ​ທີ 07/10, ທ່ານ​ປະທານາທິບໍດີ​ລັດ​ເຊ​ຍ Vladimir Putin ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ເບື້ອງ​ຕົ້ນ​ຂອງ​ການບຸກ​ໂຈມ​ຕີ​ທາງ​ອາກາດ​​​ໃສ່ກຸ່ມ​ລັດ​ອິດສລາ​ມ IS ອ້າງ​ຊື່​ເອງ ​ເຊິ່ງກຳລັງ​ກອງທັບ​ອາກາດ​ລັດ​ເຊ​ຍ ​ດຳ​ເນີນ​ຢູ່​ຊີ​ຣີ ​​ເປັນ​ເວລາ 1 ອາທິດ​ຜ່ານ​ມາ, ຕາມ​ຄຳ​ສະ​ເໜີ​ຂອງ​ທ່ານ​ປະທານາທິບໍດີ​ປະ​ເທດ​ນີ້ Bashar Al Assad. ທີ່​ການ​ປະຊຸມ​ຂ່າວ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ Sergey Shoigu, ທ່ານ​ປະທານາທິບໍດີ Vladimir Putin ຖື​ວ່າ, ​ທຸກສິ່ງທຸກ​ຢ່າງ​ທີ​​ໄດ້​ປະຕິບັດ​ນັ້ນ​ແມ່ນ​ສົມກັບ​ການ​ຕີ​ລາຄາທີ່​ຕັ້ງໜ້າ, ​ເຊິ່ງລວມທັງ​ການ​ເຄື່ອນ​ໄຫວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ບັນດານັກ​ຊ່ຽວຊານ​ກອງ​ເສນາ​ທິ​ການ​ໃຫຍ່ ພ້ອມ​ກັບ​ນາຍ​ທະຫານ ​ແລະ ພົນທະຫານທີ່​ເຂົ້າ​ຮ່ວມ​ບັ້ນ​ຮົບ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ກອງທັບ​ລັ​​ດ​ເຊຍ ​ໃນ​ຜືນ​​ແຜ່ນ​ດິນ​ແດນ​ຊີຣີ, ທ່ານ Vladimir Putin ຢືນຢັນວ່າ ​ໜ້າ​ທີ່​ສົມທົບ​ກັບ​ການ​ເຄື່ອນ​ໄຫ​ວຂອງ​ກອງທັບ​ຊີຣີ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ບຸກ​​ໂຈມ​ຕີ​ຄັ້ງ​ຕ່າ​ງໆຂອງ​ກອງທັບ​ຊີຣີ ​ໃຫ້ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ