ປະທານາທິບໍດີລັດເຊຍຢືນຢັນບໍ່ມີແນວຄວາມຄິດຈະປັບປຸງລັດຖະທຳມະນູນ

(VOVWORLD) -ທີ່ການຕອບສຳພາດຕໍ່ຊ່ອງໂທລະພາບ NBC ຂອງອາເມລິກາ ໃນວັນທີ 10 ມີນາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຖະແຫຼງວ່າ ບໍ່ມີແນວຄວາມຄິດຈະປັບປຸງລັດຖະທຳມະນູນຂອງປະເທດນີ້.

ປະທານາທິບໍດີລັດເຊຍຢືນຢັນບໍ່ມີແນວຄວາມຄິດຈະປັບປຸງລັດຖະທຳມະນູນ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບປະກອບ: AFP/TTXVN)

ທ່ານໄດ້ໃຫ້ຄຳຕອບຄືແນວນັ້ນເມື່ອໄດ້ຖາມກ່ຽວກັບອາຍຸການດຳລົງຕຳແໜ່ງປະທານາທິບໍດີລັດເຊຍ ອາດຈະໄດ້ຮັບການປັບປຸງຫຼືບໍ່.

        ກ່ຽວກັບການພົວພັນລະຫວ່າງລັດເຊຍ - ອາເມລິກາ ນັ້ນ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຮູ້ວ່າ, ຍາມໃດ ລັດເຊຍ ກໍ່ພ້ອມແລ້ວທີ່ຈະປຶກສາຫາລືບໍ່ວ່າບັນຫາໃດໆກັບອາເມລິກາ, ເຖິງວ່ານັ້ນແມ່ນບັນດາບັນຫາກ່ຽວຂ້ອງເຖິງລູກສອນໄຟ, ອີນເຕີແນັດ ຫຼື ບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ ແລະ ຮຽກຮ້ອງໃຫ້ອາເມລິກາ ຕ້ອງມີທ່າທາງຄ້າຍຄືກັນ. ທ່ານໄດ້ເນັ້ນໜັກວ່າ, ລັດເຊຍ ແລະ ອາເມລິກາ ຕ້ອງປຶກສາຫາລືນຳກັນ ແລະ ແກ້ໄຂທຸກບັນຫາ. ການນຳລັດເຊຍ ກໍ່ເນັ້ນໜັກວ່າ, ຝ່າຍອາເມລິກາ ຕ້ອງຮັບຜິດຊອບກ່ຽວກັບຄວາມເຄັ່ງຕຶງຂອງການພົວພັນລະຫວ່າງ 2 ປະເທດໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ